ກະຊວງຍຸຕິທຳ ຈັດຝຶກອົບຮົມໃຫ້ບັນດາພະນັກງານພາຍໃນກະຊວງ ໃນການລົງຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານຢູ່ນະຄອນຫຼວງວຽງຈັນ

​ຊຸດ​ຝຶກ​ອົບຮົມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 23 ມີນາ 2018 ຢູ່​ທີ່​ກະຊວງ​ຍຸຕິ​ທຳ ພາຍ​ໃຕ້​ການເປັນ​ປະທານ​ຂອງ​ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ບັນດາ​ນັກ​ສຳ​ມະ​ນາກ​ອນພາຍ​ໃນ​ກະຊວງ​ຍຸຕິ​ທຳ​ເຂົ້າ​ຮ່ວມທັງໝົດ 24 ທ່ານ, ຍິງ 1 ທ່ານ.

        ຈຸດ​ປະສົງ​ຂອງ​ການລົງ​ຕິດຕາມ, ກວດ​ກາ ​ແລະ ຊຸກຍູ້​ວຽກງານ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ຢູ່​ນະ​ຄອນຫຼວງວຽງຈັນ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ປະຕິບັດ​ພາລະ​ບົດບາດ, ສິດ ​ແລະ​ ໜ້າທີ່​ຂອງ​ກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ໃນ​ການ​ຄຸ້ມ​ຄອງ ​ແລະ ຕິດຕາມ-ກວດ​ກາ​ການ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ, ​​ເກັບ​ກຳ​ສະພາບ​ການ​ເຄື່ອນ​ໄຫວ​ວຽກງານ ​ແລະ ​ແບບ​ແຜນ​ວິທີ​ເຮັດ​ວຽກຂອງ​ຫ້ອງການ, ໜ່ວຍງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ຂອງ​ສານ ​ແລະ ການ​ປະສານ​ສົມທົບ​ລະຫວ່າງ​ສາຍ​ຕັ້ງ ​ແລະ ສາຍ​ຂວາງ, ພ້ອມ​ທັງ​ເກັບ​ກຳ​ຕົວ​ເລກ​ສະຖິຕິ​ຄຳ​ຕັດສິນຂອງ​ສານ​ທີ່​ຍັງ​ຄ້າງ​ຄາ​ໃຫ້​ຖືກຕ້ອງ, ຊັດ​ເຈນ​ພ້ອມ​ທັງ​ແນະນຳ​ກ່ຽວກັບ​ວິທີ​ການ​ເອົາ​ຂໍ້​ມູນ​ເຂົ້າ​​ໂປຣ​ແກຣມສະຖິຕິ ​ເຮັດ​ໃຫ້​ລາຍ​ງານ​ມີ​ຄວາມ​ສະ​ດວກ, ວ່ອງ​ໄວ ​ແລະ ​ເປັນ​ເອກະ​ພາບ, ຄົ້ນ​ຄວ້າ​ວິ​ໄຈ​ສາ​ເຫດ​ຂອງ​ຄຳ​ຕັດສິນ​ບໍ່ສາມາ​ດ ຈັດ​ຕັ້ງປະຕິບັດ​ໄດ້ ​ແລະ ຊອກ​ຫາ​ວິທີ​ແກ້​ໄຂ, ​ເຮັດ​ໃຫ້​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ຢູ່​ນະຄອນຫຼວງວຽງຈັນ​ມີ​ການ​ຫັນປ່ຽນ​ໃໝ່ທີ່​ຕັ້ງໜ້າຢ່າງ​ຈະ​ແຈ້ງ. ຊຶ່ງ​ກາ​ນລົງ​ເຄື່ອນ​ໄຫວ​ວຽກງານ​ໃນ​ຄັ້ງ​ນີ້ຈະ​ໄດ້​ດຳ​ເນີນ​ຢູ່​ນະຄອນຫຼວງວຽງຈັນ​ໂດ​ຍສະ​ເພາະ​ຢູ່ ພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງ ​ແລະ ຫ້ອງການ​ຍຸຕິ​ທຳ 9 ຕົວເມືອງ, ການ​ລົງ​ເຮັດ​ວຽກຕົວ​ຈິງ​ຈະ​ໄດ້​ເລີ່​ມປະຕິບັດ​ແຕ່​ຕົ້ນ​ເດືອນ​ເມສາ ຫາ ​ເດືອນ ທັນວາ 2018 ຈຶ່ງ​ຈະ​ສຳ​ເລັດ.

        ຕອນ​ທ້າຍຂອງ​ພິທີ ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມ ​ແລະ ເນັ້ນໜັກຕໍ່ຜູ້​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບຮົມ​ ຈົ່ງ​ພ້ອມ​ກັນ​ເອົາ​ໃຈ​ໃສ່​ໃນ​ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ​ແລະ ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ​​ລົງ​ໄປຈັດ​ຕັ້ງ​ປະຕິບັດ​​ຢ່າງ​ເປັນ​ລະບົບ, ຖືກຕ້ອງ​ຕາມ​ສະພາບ​ຄວາມ​ເປັນ​ຈິງ ​ເພື່ອ​ເຮັດ​ໃຫ້​ບັນຫາ​ຄະດີ​ທີ່​ຍັງ​ຄ້າງ​ຄາ​ເປັນ​ຈຳນວນຫຼວງຫຼາຍນັບ​ມື້ນັບ​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້ ຫຼຸດໜ້ອຍຖອຍ​ລົງ.