Submitted by xaiyphimphone on
ຕອນເຊົ້າຂອງວັນທີ 3 ພຶດສະພາ 2017 ຢູ່ທີ່ກະຊວງຍຸຕິທໍາ ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກຳມະກອນ ສາກົນ ຄົບຮອບ 131 ປີ ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ມີບັນດາຄະນະພັກ-ຄະນະນຳ ຕະຫຼອດຮອດພະນັກງານ-ລັດຖະກອນຂອງກະຊວງຍຸຕິທຳເຂົ້າຮ່ວມ.
ໃນພິທີ ທ່ານ ປອ ເສີມສຸກ ສິມພະວົງ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ, ຜົນງານການເຄື່ອນໄຫວຂອງກຳມະກອນລາວ ໃນພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ກໍຄືການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງຊົນຊັ້ນກຳມະກອນ ໄດ້ຜ່ານຂະບວນວິວັດແຫ່ງການຕໍ່ສູ້ກັບການກົດຂີ່ຂູດຮີດແຮງງານ ຂອງຊົນຊັ້ນນາຍທຶນ ຢ່າງໜັກໜ່ວງ ໂດຍພາຍໃຕ້ແອກການປົກຄອງຂອງລະບອບນາຍທຶນ, ກຳມະກອນຖືກບັງຄັບ ໃຫ້ເຮັດວຽກມື້ໜຶ່ງ 12-15 ຊົ່ວໂມງ ໃນເງື່ອນໄຂການອອກແຮງງານສຸດທີ່ລຳບາກຍາກເຂັນ ແລະ ມີຄວາມສ່ຽງສູງຕໍ່ຊີວິດ. ມາໃນວັນທີ 1 ພຶດສະພາ 1886 ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ລຸກຂຶ້ນຕໍ່ສູ້ປະທ້ວງ ໃຫ້ພວກນາຍທຶນ ຫຼຸດຊົ່ວໂມງເຮັດວຽກໃຫ້ກຳມະກອນ ເຮັດວຽກ 8 ຊົ່ວໂມງຕໍ່ມື້ ຄື: 8 ຊົ່ວ ໂມງເຮັດວຽກ, 8ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງສຶກສາຮ່ຳຮຽນ.
ໃນຕອນທ້າຍຂອງພິທີ ທ່ານ ປອ ເສີມສຸກ ສິມພະວົງ ຍັງໄດ້ຮຽກຮ້ອງມາຍັງບັນດາພະນັກງານ-ລັດຖະກອນກະຊວງຍຸຕິທຳ ຈົ່ງເຊີດຊູມູນເຊື້ອອັນດີງາມຂອງວັນທີ 1 ພຶດສະພາ ແລະ ເໜັ້ນໃຫ້ພະນັກງານລັດ-ຖະກອນກໍຄືສະມາຊິກກຳມະບານທຸກຄົນພາຍໃນ ກະຊວງຍຸທຳ ຈົ່ງເອົາໃຈໃສ່ປະກອບສວ່ນເຄື່ອນໄຫວວຽກງານກຳມະບານ ແລະ ສ້າງຂະບວນການແຂ່ງຂັນໃນການປະຕິບັດໜ້າທີ່ວິຊາສະເພາະ, ມີລະບຽບວິໄນ ແລະ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ວາງອອກຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ປາກົດຜົນເປັນຈິງ.
ຂຽນຂ່າວ ອ່ອນຄຳ ຖ່າຍພາບ ສົມຫັວງ, ສຸກສາຄອນ
ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ