ກະຊວງຍຸຕິທຳ ປາຖະກາຖາວັນສຳຄັນຂອງຊາດ, ຂອງພັກ ແລະ ສາກົນ

     ວັນທີ 27 ພຶດສະພາ 2016 ທີ່ຜ່ານມາ ຢູ່ທີ່ສະໂມສອນ ກະຊວງຍຸຕິທຳ ໄດ້ຈັດພິທີປາຖະກາຖາ ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ ແລະ ສາກົນ ໂດຍການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຍຸຕິທຳ, ໃຫ້ກຽດເຂົ້າຮ່ວມ ໃນຄັ້ງນີ້ມີ ສະຫາຍ  ພົນຈັດຕະວາ ທອງເຄນ ອ່ອນດາວົງ ອະດິດຮອງປະທານສະຫະພັນນັກຮົບເກົ່າ, ມີບັນດາສະຫາຍຄະນະພັກ, ຄະນະນຳກະຊວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

     ການປາຖະກາຖາໃນຄັ້ງນີ້ ໄດ້ຮັບກຽດໂດຍ ສະຫາຍ  ພົນຈັດຕະວາ ທອງເຄນ ອ່ອນດາວົງ ອະດິດຮອງປະທານສະຫະພັນນັກຮົບເກົ່າ ປາຖະກາຖາໃນຫົວຂໍ້ ການຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 57 ປີ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວສ້າງຊາດຄົບຮອບ 56 ປີ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມສະຫຼາດສ່ອງໃສອັນປີຊາສາມາດ, ມີໄຫວພິບພິລະອາດຫານທີ່ເຕັມໄປດ້ວຍຄວາມເສຍສະລະອັນສູງສົ່ງຂອງຜູ້ນຳພັກ, ນັກຮົບປະຕິວັດ ພ້ອມທັງຍົກເອົາບັນດາປັດໃຈທີ່ເຮັດໃຫ້ຜູ້ນຳສາມາດຜ່າວົງປິດລ້ອມ ແລະ ສາເຫດທີ່ພາໃຫ້ສາ ມາດອອກຈາກຄຸກໄປສູ່ເຂດທີ່ໝັ້ນ.

     ຫຼັງຈາກນັ້ນ, ສະຫາຍເລຂາຄະນະພັກ, ລັດຖະມົນຕີ ກະຊວງຍຸຕິທຳ ກໍໄດ້ປາຖະກາຖາເລົ່າມູນເຊື້ອລະນຶກວັນຄ້າຍວັນເກີດຂອງ ທ່ານ ກາກມາກ ຄົບຮອບ 198 ປີ; ວັນເກີດຂອງທ່ານ ປະທານ ໂຮ່ຈີມິນ ຄົບຮອບ 126 ປີ ແລະ  ໄຊຊະນະດຽນບຽນຟູ ຊຶ່ງທ່ານໄດ້ເລົ່າກ່ຽວກັບປະຫວັດຫຍໍ້, ຜົນງານ ແລະ ບົດຮຽນອັນລໍ້ຄ່າທີ່ທ່ານໄດ້ປະໄວ້ກັບພັກເຮົາ. ການປາຖະກາຖາໃນຄັ້ງນີ້ ແມ່ນຢາກໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບຮູ້ກ່ຽວກັບຄວາມໝາຍສຳຄັນ ແລະ ມູນເຊື້ອປະຫວັດສາດຂອງຜູ້ນຳພັກຢ່າງເລີກເຊິ່ງ ແລະ ກວ້າງຂວາງ, ເສີມຂະຫຍາຍມູນເຊື້ອປະຫວັດສາດເຂົ້າໃນການຝຶກຝົນຫຼໍ່ຫຼອມ ຕົນເອງ, ເຊື່ອໝັ້ນຕໍ່ແນວທາງການນຳພາຂອງພັກ, ຮັກຊາດ, ຮັກປະຊາຊົນ ເພີ່ມທະວີຄວາມຮັບຜິດຊອບເຂົ້າໃນການຈັດຕັ້ງປະຕິບັດມະຕິ X ຂອງພັກ ແລະ ວຽກງານຂອງຂະແໜງຍຸຕິທຳໃຫ້ປາກົດຜົນເປັນຈິງ.