ກະຊວງຍຸຕິທຳ ຜ່ານບົດລາຍງານຂອງລັດຖະບານ ກ່ຽວກັບການປະຕິບັດມະຕິ ຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 018/ສພຊ, ລົງວັນທີ 28 ພະຈິກ 2016 ວ່າດ້ວຍການອອກນິຕິກຳໃຕ້ກົດໝາຍ

ໂດຍອີງຕາມວາລະຂອງກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນ​ເຊົ້າ​ຂອງວັນທີ 7 ມິຖຸນາ 2018 ທີ່ຜ່ານມາ ຢູ່ທີ່ສະພາແຫ່ງຊາດ ​ໄດ້​ມີ​ການສະ​ເໜີບົດ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວກັບ​ການ​ປະຕິບັດ​ມະຕິ ​ຂອງກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ສະບັບ​ເລກທີ 018/ສພຊ, ລົງ​ວັນ​ທີ 28 ພະຈິກ 2016 ວ່າ​ດ້ວຍ​ການ​ອອກ​ນິຕິ​ກຳ​ໃຕ້​ກົດໝາຍ, ຊຶ່ງ​ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ກະຊວງ​ຍຸຕິ​ທຳ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ.

       ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນຜ່ານ​ບົດ​ລາຍ​ງານ​ກ່ຽວກັບ ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ກົດໝາຍ​ເປັນ​ນິຕິ​ກຳ​ໃຕ້​ກົດໝາຍ​ໃນ​ໄລຍະ​ຜ່ານ​ມາ ​ເພື່ອ​ຜັນ​ຂະຫຍາຍບັນດາ​ກົດໝາຍທີ່​ໄດ້​ຮັບຮອງ ​ແລະ ປະກາດ​ໃຊ້ ​ໃຫ້​ເປັນອັນ​ລະອຽດ ​ແລະ ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍນັ້ນ, ​ໄດ້​ມີ​ບັນດາ​ມາດຕາ​ຂອງກົດໝາຍຈຳນວນໜຶ່ງ ກຳນົດ​ວ່າ ຈະ​ມີ​ລະບຽບການສະ​ເພາະ​ຕ່າງຫາກ ຊຶ່ງ​ຈະ​ຕ້ອງ​ໄດ້​ຜັນ​ຂະຫຍາຍ ບັນດາ​ມາດຕາ​ເຫຼົ່ານັ້ນ ​ໃຫ້​ເປັນ​ນິຕິ​ກຳ​ໃຕ້​ກົດໝາຍ,  ຊຶ່ງຜ່ານ​ມາກະຊວງ​ຍຸຕິ​ທຳ ກໍ​ໄດ້​ພະຍາຍາມ​ປະສານ​ສົມທົບ ກັບ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ​ແລະ ບັນດາ​ກະຊວງ-ອົງການ​ລັດທຽບ​ເທົ່າ​ກະຊວງ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ສ້າງ ​ແລະ ປັບປຸງ​ກົດໝາຍ ປະຈຳ​ປີ, ​ໂດຍ​ເປັນ​ເຈົ້າ​ການ ຈັດ​ກອງ​ປະຊຸມ​ຮ່ວມ ກັບ​ບັນດາ​ກະຊວງ-ອົງການ​ລັດທຽບ​ເທົ່າ​ກະຊວງ ປຶກສາ​ຫາລື ​ແລະ ທົບ​ທວນ​ແຜນການ​ສ້າງ ​ແລະ ປັບປຸງ​ກົດໝາຍຂອງ​ຕົນ ​ແລະ ຢັ້ງຢືນ​ຄວາມ​ພ້ອມ​ຂອງ​ຮ່າງ​ກົດໝາຍ ​ແລະ ນິຕິ​ກຳ​ໃຕ້​ກົດໝາຍ ຂອງ​ແຕ່ລະ​ຂະ​ແໜງການ​ກ່ອນ​ຈະ​ນຳ​ສະ​ເໜີຜ່ານ​ກອງ​ປະຊຸມ​ລັດຖະບານ.

        ຊຶ່ງ​ຜ່ານ​ການຈັດ​ຕັ້ງ​ປະຕິບັດມະຕິ​ ຂອງ​ສະພາ​ແຫ່ງ​ຊາດ ສະບັບ​ເລກທີ 018/ສພຊ, ລົງ​ວັນ​ທີ 28 ພະ ຈິກ 2016 ວ່າ​ດ້ວຍ​ການ​ອອກ​ນິຕິ​ກຳ​ໃຕ້​ກົດໝາຍ ​ແລະ ຜັນ​ຂະຫຍາຍ​ເປັນ​ມາດຕາ​ຂອງ​ກົດໝາຍ ທີ່​ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ ​ໃນ​ກອງ​ປະຊຸມ​ສະ​​ໄໝສາມັນ ​ເທືອ​ທີ 2 ​ແລະ ​​ເທື່ອ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ຊຶ່ງ​ລວມມີ​ທັງໝົດ 321 ມາດຕາ ​ໃນ​ນີ້​ຜັນ​ຂະຫຍາຍ​ເປັນ​ນິຕິ​ກຳ​ໃຕ້​ກົດໝາຍ ​ແລະ ປະກາດ​ໃຊ້​ແລ້ວ ມີ 217 ມາດຕາ, ​ໄດ້​ຮ່າງ​ເປັນ​ນິຕິ​ກຳ​ໃຕ້​ກົດໝາຍ ​ແຕ່​ບໍ່​ທັນ​ໄດ້​ຮັບຮອງ ​ແລະ ປະກາດ​ໃຊ້ ມີ 57 ມາດຕາ ​ແລະ ຍັງ​ອີກ 49 ມາດຕາ ທີ່​ບໍ່​ທັນ​ໄດ້​ຜັນ​ຂະຫຍາຍ.

ຫຼັງຈາກ​ນັ້ນ ທ່ານ ສາຍທອງ ​ແກ້ວ​ດວງ​ດີ​ ກໍ​ໄດ້​ຂຶ້ນ​ປະກອບ​ຄຳ​ເຫັນ​ຕໍ່​ກັບ​ບົດ​ລາຍ​ງານ​ດັ່ງກ່າວ ພ້ອມ​ດຽວກັນ​ນີ້ ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ກໍ​ໄດ້​ ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ແລະ ມີ​ຄຳ​ຖາມ​ເຈາະ​ຈີ້ມ​ຈຳນວນໜຶ່ງຕໍ່​ບົດ​ລາຍ​ງານ​ດັ່ງກ່າວ.

​ໃນຕ​ອນທ້າຍ ທ່ານນາງ ປານີ ຢ່າ​ທໍ່​ຕູ້ ​ປະທານ​ສະພາ​ແຫ່ງ​ຊາດ ກໍ​ໄດ້​ມີ​ການ​ສັງ​ລວມບັນດາ​ຄຳ​ຄິດ​ເຫັນ​ຕ່າງໆຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ພ້ອມ​ທັງ​ເນັ້ນໜັກ​ໃຫ້​ມີ​ການ​ສືບ​ຕໍ່​ກວດກາ​ການ​ສ້າງ​ແຜນ ​ແລະ ປັບປຸງບັນດາ​ນິຕິ​ກຳຂອງ​ບັນດາ​ກະຊວງ-ອົງການ​ລັດທຽບ​ເທົ່າ​ຄືນ​ໃໝ່ ​ເພື່ອ​ໃຫ້​​ແທດ​ເໝາະກັບ​ສະພາບ​ຕົວ​ຈິງ ​ແນ່​ໃສ່​ໃຫ້​ກົດໝາຍ​ໃດ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ ​ປະທານ​ປະ​ເທດປະກາດ​ໃຊ້​ແລ້ວ​​ ​ແລະ ພາຍຫຼັງລົງ​ຈົດໝາຍ​ເຫດ​ທາງ​ລັດຖະການ​ແລ້ວ​ນັ້ນ ​ໃຫ້​ສາມາດ​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ໄດ້​ເລີຍ ​ເພື່ອ​ຮັບປະກັນ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ແນວທາງນະ​ໂຍບາຍ​ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາດ ​ໃນ​ແຕ່ລະ​ໄລຍະ ​​ໃຫ້ວ່ອງ​ໄວ ​ແລະ ປາກົດ​ຜົນ​ເປັນ​ຈິງ.       

ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ   ພາບ: ສົມ​ຫັວງ