ກະຊວງຍຸຕິທຳ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

ກະຊວງ​ຍຸຕິ​ທຳ  ​ໄດ້​ຈັດຕັ້ງເຜີຍ​ແຜ່​ຜົນສຳ​ເລັດກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ ​ປະຕິວັດ​ລາວ ຂຶ້ນ​ໃນ​ວັນ​ທີ 25 ມັງກອນ​ 2016 ນີ້ ທີ່​ສະໂມສອນໃຫຍ່ກະຊວງ​ດັ່ງກ່າວ ​ໂດຍ​ການ​​ເປັນ​ປະທານຂອງ​ ສະຫາຍ ບຸນ​ເກີດ ສັງ​ສົມ​ສັກ ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ, ມີ​ຮອງ​ເລຂາ​ຄະນະ​ພັກ, ບັນດາ​ຄະນະ​ປະຈຳ​ພັກ, ຄະນະພັກ, ​ເລຂາ, ຮອງ​ເລຂາໜ່ວຍພັກ,  ສະມາຊິກພັກ, ພະນັກງານ​ລັດຖະກອນເຂົ້າຮ່ວມຮັບຟັງ ຈຳ ນວນ 200 ສະຫາຍ​.

      ການ​ເຜີຍ​​ແຜ່​ຄັ້ງ​ນີ້​ ບັນ​ດາ​ຜູ່​ເຂົ້າ​ຮ່ວມ​ໄດ້​ຮັບ​​ຟັງ​ການ​ເຜີຍ​​ແຜ່ບົດ​ລາຍ​ງານການ​ເມືອງ, ກົດ​ລະບຽບພັກ, ​ເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ VIII, ເຜີຍ​ແຜ່ຜົນການ​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຊຶ່ງ​ກອງ​ປະ​ຊຸມ​ໄດ້​ເປັນ​ເອກະ​ພາບ​ກັນ​ໃນ​ລະດັບ​ສູງ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ​ພັກ​ສົມບູນ​ສະ​ໄໝທີ X ຈຳນວນ 69 ສະຫາຍ, ກຳມະການ​ສຳຮອງ​ສູນ​ກາງ​ພັກ 8 ສະຫາຍ, ກົມ​ການ​ເມືອງ 11 ສະຫາຍ  ​ແລະ ຄະນະ​ເລຂາ​ທີ​ການ​ສູນ​ກາງ​ພັກ 9  ສະ​ຫາຍ ​ແລະ ​ໄດ້​ເອກະສັນ​ເລືອກ​ຕັ້ງ​ເອົາ ​ສະຫາຍ ບຸນ​ຍັງ  ວໍລະ​ຈິດ ເປັນ​ເລຂາ​ທີ​ການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ.

ການ​ຈັດ​ຕັ້ງ​ເຜີຍ​ແຜ່ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ X ຂອງ​ພັກ​ນຄັ້ງ​ນີ້ ເພື່ອ​ແນ່​ໃສ່​ເຮັດ​ໃຫ້​ບັນດາ​ສະມາຊິກ​ພັກ ແລະ ພະນັກງານ​ລັດຖະກອນ​ໃນ​ຂົງ​ເຂດ​ຍຸຕິ​ທຳ​ໄດ້​ຮັບ​ຮູ້ ​ແລະ ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ກໍ​ຄື​ຜົນສຳເລັດຂອງກອງປະຊຸມ​ໃຫຍ່​ຄັ້ງ​ທີ X​ ຂອງພັກໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​​ໃນ​ຂົງ​ເຂດ​ທີ່​ຕົນຮັບ​ຜິດ​ຊອບ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.      

ໃນຕອນທ້າຍຂອງກອງປະຊຸມທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ກໍໄດ້ເນັ່ນໜັກບາງບັນຫາທີພະນັກງານສະ ມາຊິກພັກໃນຂະແໜງຍຸຕິທຳ ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ແກ້ໄຂຂໍ້ຄົງຄ້າງໃນໄລຍະຜ່ານມາເປັນຕົ້ນວຽກງານໂຄສະນອົບຮົມກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານໃຫ້ມີປະສິດຕິພາບ ແລະ ປະສິດທິຜົນສູງຂຶ້ນ.