ກະຊວງຍຸຕິທໍາ ປະກາດສ້າງຕັ້ງອົງການປະຕິບັດຄໍາຕັດສີນຂອງສານຢູ່ແຂວງສະຫວັນນະເຂດ

ກະຊວງຍຸຕິທໍາ ປະກາດສ້າງຕັ້ງອົງການປະຕິບັດຄໍາຕັດສີນຂອງສານຢູ່ແຂວງສະຫວັນນະເຂດ

        ເພື່ອເປັນການຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍການປະຕິບັດຄໍາຕັດສີນຂອງສານ ສະບັບເລກທີ 12/ສພຊ, ລົງວັນທີ 17 ພະຈິກ 2021 ແລະ ເປັນການຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງປະສິດທິພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ ສະບັບເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ໃຫ້ມີປະສິດທິຜົນ. ສະນັ້ນ, ໃນຕອນເຊົ້າຂອງວັນທີ 29 ມີນາ 2024 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະ ຫວັນນະເຂດ ໄດ້ຈັດຕັ້ງພິທີປະກາດສ້າງຕັ້ງອົງການປະຕິບັດຄໍາຕັດສີນຂອງສານຂຶ້ນ ຢ່າງເປັນທາງການ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ, ມີທ່ານ ນາງ ພູທອນ ແກ້ວພູວົງ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ພະແນກການ, ອົງການອ້ອມຂ້າງແຂວງ, ພະນັກງານປະຕິບັດຄໍາຕັດສີນ ຂອງສານ ແຂວງສະຫວັນນເຂດ ເຂົ້າຮ່ວມ.

      

     

    ໃນພິທີ ທ່ານ ຄໍາເສີດ ວິລະພັັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຮັບເອົາພະນັກງານທີ່ຍົົກຍ້າຍມາຈາກສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດ, ພະແນກຍຸຕິທໍາແຂວງ ແລະ ບັນດາຫ້ອງການຍຸຕິທໍາເມືອງ ມາປະຈໍາຢູ່ກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາແຂວງສະຫວັນນະເຂດ. ພ້ອມກັນນີ້ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າກອງ ແລະ ຫົວໜ້າຫ້ອງປະຕິບັດຄໍາຕັດສີນຂອງສານ ໃນນີ້ໄດ້ແຕ່ງຕັ້ງ ທ່ານ ສົມສະໜິດ ດອນປະເສີດ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດ ເປັນຫົວໜ້າກອງປະຕິບັດຄໍາຕັດສີນຂອງສານ ປະຈໍາແຂວງສະຫວັນນະເຂດ ພ້ອມດ້ວຍຮອງຫົວໜ້າຈໍານວນໜຶ່ງ, ແຕ່ງຕັ້ງ ທ່ານ ບຸນນໍາ ໄຊສົມພານ ຮອງຫົວໜ້າຫ້ອງການຍຸຕິ ທໍາເມືອງເຊໂປນ ເປັນຫົວໜ້າຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາເມືອງເຊໂປນ, ແຕ່ງຕັ້ງ ທ່ານ ສຸລິຍາ ວົງບັນດິດ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງສອງຄອນ ເປັນຫົວໜ້າຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາເມືອງສອງຄອນ ແລະ ແຕ່ງຕັ້ງ ທ່ານ ມະນີຄອນ ຍົດທອງໃບ ຮອງຫົວໜ້າຫ້ອງ ການຍຸຕິທໍາເມືອງພະລານໄຊ ເປັນຫົວໜ້າຫ້ອງການປະຕິບັດຄໍາຕັດສີນຂອງສານ ປະຈໍາເມືອງອາດສະພັງທອງ ພ້ອມດ້ວຍພະນັກງານຈໍານວນໜຶ່ງ ເພື່ອປະກອບເຂົ້າອົງການດັ່ງກ່າວ, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນໄລຍະໃໝ່.

     ຫຼັງຈາກນັ້ນ, ທ່ານ ສີວິໄລ ທະວີສິນ ຮອງຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປະຕິບັດຄໍາຕັດສີນຂອງສານ ໃນໄລຍະຜ່ານມາວ່າ ການປັບປຸງອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໂດຍແຍກຈາກການຄຸ້ມຄອງຂອງສານປະຊາຊົນທ້ອງຖິ່ນ ມາຂຶ້ນກັບການຄຸ້ມຄອງຂອງຂະແໜງຍຸຕິທຳເປັນຕົ້ນມາ, ພັກ, ສະພາແຫ່ງຊາດ ແລະ ລັດຖະບານ ໂດຍສະເພາະ ກະຊວງຍຸຕິທຳ, ອົງການປົກຄອງທ້ອງຖິ່ນ ກໍໄດ້ເອົາໃຈ ໃສ່ ພ້ອມທັງສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກຫຼາຍດ້ານຕໍ່ວຽກງານປະຕິບັດຄຳຕັດສີນຂອງສານ, ອົງການປະຕິບັດຄໍາຕັດສີນຂອງສານ ແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງຍຸຕິທໍາ ຕາມສາຍຕັ້ງຊຶ່ງປະກອບມີ ກົມຄຸ້ມຄອງການປະຕິບັດຄຳຕັດສີນຂອງສານ, ກອງປະຕິບັດຄຳຕັດສີນຂອງສານ ປະຈຳແຂວງ, ນະຄອນຫຼວງ ແລະ ຫ້ອງປະຕິບັດຄຳຕັດສີນຂອງສານ ປະຈຳເມືອງ, ເທດສະ ບານ, ນະຄອນ.

       ໃນໂອກາດປະກາດການຈັດຕັ້ງອົງການປະຕິບັດຄໍາຕັດສີນຂອງສານນີ້, ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ ໄດ້ມີຄຳເຫັນໂອ້ລົມຕໍ່ພະນັກງານທີ່ໄດ້ຮັບການແຕ່ງຕັ້ງ ແລະ ຊັບຊ້ອນໃນຄັ້ງນີ້ ຈະຕ້ອງເອົາໃຈໃສ່ ຄົ້ນຄວ້າປັບປຸງແບບແຜນວິທີການນຳພາ, ປັບປຸງແບບແຜນດ້ານຄວາມຮູ້ຄວາມສາມາດ, ຊັບຊ້ອນພະນັກງານ-ລັດຖະກອນໃຫ້ຖືກຕ້ອງກັບໜ້າທີ່ວຽກງານຕົວຈິງ, ສືບຕໍ່ນຳ-ນຳພາການເມືອງ-ແນວຄິດ ໃຫ້ໜັກແໜ້ນ, ມີຫົວຄິດປະດິດສ້າງໃນການນຳພາ, ແກ້ໄຂບັນຫາຕ່າງໆບົນພື້ນຖານການປະຕິບັດລະບອບປະຊາທິປະໄຕແບບລວມສູນ, ສູ້ຊົນນໍາພາວຽກງານທີ່ຕົນຮັບຜິດຊອບໃຫ້ບັນລຸຕາມເປົ້າໝາຍ ເຕົ້າໂຮມຄວາມສາມັກຄີຢູ່ພາຍໃນໃຫ້ໜັກແໜ້ນ ແລະ ກະກຽມສະຖານທີ່ເຮັດວຽກໃຫ້ເໝາະສົມ ແລະ ອຳນວຍຄວາມສະດວກໃນການເຮັດວຽກ. ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ