ກະຊວງຍຸຕິທໍາ ປະກາດສ້າງຕັ້ງອົງການປະຕິບັດຄໍາຕັດສີນຂອງສານຢູ່ແຂວງ ວຽງຈັນ

ກະຊວງຍຸຕິທໍາ ປະກາດສ້າງຕັ້ງອົງການປະຕິບັດຄໍາຕັດສີນຂອງສານຢູ່ແຂວງ ວຽງຈັນ

 

    ໃນວັນທີ 15 ມີນາ 2024 ນີ້. ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ. ໃນໂອກາດນີ້ ທ່ານລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ດາວເຮືອງ ນັນທະວົງ ກໍາມະການຄະນະປະຈໍາພັກແຂວງ ຮອງເຈົ້າແຂວງວຽງຈັນ ເພື່ອແຈ້ງຈຸດປະສົງໃນການເຄື່ອນໄຫວວຽກງານຄັ້ງນີ້ ໃຫ້ທ່ານຮອງເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະແມ່ນການປະກາດສ້າງຕັ້ງກອງ ແລະ ຫ້ອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຢູ່ແຂວງວຽງຈັນ.

   

 

  ເພື່ອເປັນການຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍການປະຕິບັດຄໍາຕັດສີນຂອງສານ ສະບັບເລກທີ 12/ສພຊ, ລົງວັນທີ 17 ພະຈິກ 2021 ແລະ ເປັນການຈັດຕັ້ງຜັນຂະຫຍາຍ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງປະສິດທິພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ ສະ ບັບເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ໃຫ້ມີປະສິດທິຜົນ. ສະນັ້ນ, ໃນຕອນເຊົ້າຂອງວັນທີ 15 ມີນາ 2024 ທີ່ຫ້ອງວ່າການປົກຄອງແຂວງ ວຽງຈັນ ໄດ້ຈັດຕັ້ງພິທີປະກາດສ້າງຕັ້ງອົງການປະຕິບັດຄໍາຕັດສີນຂອງສານຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເປັນປະທານຂອງທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ພະແນກການ, ອົງການອ້ອມຂ້າງແຂວງ, ພະນັກງານປະຕິບັດຄໍາຕັດສີນຂອງສານ ແຂວງ ວຽງຈັນ ເຂົ້າຮ່ວມ.

     

 

      ໃນພິທີທ່ານ ຄໍາເສີດ ວິລະພັັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຮັບເອົາພະນັກງານທີ່ຍົົກຍ້າຍມາຈາກພະແນກຍຸຕິທໍາແຂວງ ແລະ ຫ້ອງການຍຸຕິທໍາເມືອງ ມາປະຈໍາຢູ່ກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາແຂວງວຽງຈັນ. ພ້ອມກັນນີ້ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າກອງ ແລະ ຫົວໜ້າຫ້ອງການປະຕິບັດຄໍາຕັດສີນຂອງສານ ໃນນີ້ໄດ້ແຕ່ງຕັ້ງ ທ່ານ ແສງພະຈັນ ວົງໂພທອງ ຮອງຫົວໜ້າຫ້ອງການກະຊວງຍຸຕິທໍາ ເປັນຫົວໜ້າກອງປະຕິບັດຄໍາຕັດສີນຂອງສານ ປະຈໍາແຂວງວຽງຈັນ ພ້ອມດ້ວຍຮອງຫົວໜ້າຈໍານວນໜຶ່ງ, ແຕ່ງຕັ້ງ ທ່ານ ຂັນທອນ ວົງສາ ຮັກສາການຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານເມືອງວັງວຽງ ເປັນຮອງຫົວໜ້າຫ້ອງ, ທັງເປັນຜູ້ຮັກ ສາການຫົວໜ້າຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາເມືອງວັງວຽງ ແລະ ແຕ່ງຕັ້ງ ທ່ານ ຄໍາສັນ ວົງຍະລາດ ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ເປັນຫົວໜ້າຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາເມືອງຊະນະຄາມ ແລະ ພະນັກງານຈໍານວນໜຶ່ງ ເພື່ອປະກອບເຂົ້າອົງການດັ່ງກ່າວ, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນໄລຍະໃໝ່.

       ຫຼັງຈາກນັ້ນ, ທ່ານ ສີວິໄລ ທະວີສີນ ຮອງຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປະຕິບັດຄໍາຕັດສີນຂອງສານ ໃນໄລຍະຜ່ານມາວ່າ ການປັບປຸງອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໂດຍແຍກຈາກການຄຸ້ມຄອງຂອງສານປະຊາຊົນທ້ອງຖິ່ນ ມາຂຶ້ນກັບການຄຸ້ມຄອງຂອງຂະແໜງຍຸຕິທຳເປັນຕົ້ນມາ, ພັກ, ສະພາແຫ່ງຊາດ ແລະ ລັດຖະບານ ໂດຍສະເພາະ ກະຊວງຍຸຕິທຳ, ອົງການປົກຄອງທ້ອງຖິ່ນ ກໍໄດ້ເອົາໃຈ ໃສ່ ພ້ອມທັງສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກຫຼາຍດ້ານຕໍ່ວຽກງານປະຕິບັດຄຳຕັດສີນຂອງສານ, ອົງການປະຕິບັດຄໍາຕັດສີນຂອງສານ ແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງຍຸຕິທໍາ ຕາມສາຍຕັ້ງຊຶ່ງປະກອບມີ ກົມຄຸ້ມຄອງການປະຕິບັດຄຳຕັດສີນຂອງສານ, ກອງປະຕິບັດຄຳຕັດສີນຂອງສານ ປະຈຳແຂວງ, ນະຄອນຫຼວງ ແລະ ຫ້ອງປະຕິບັດຄຳຕັດສີນຂອງສານ ປະຈຳເມືອງ, ເທດສະ ບານ, ນະຄອນ.

       ໃນໂອກາດປະກາດການຈັດຕັ້ງອົງການປະຕິບັດຄໍາຕັດສີນຂອງສານນີ້, ທ່ານ ໄພວີ ສີບົວລິພາ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີ ໂດຍທ່ານກໍໄດ້ມີຄຳເຫັນໂອ້ລົມ ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກອງປະຕິບັດຄໍາຕັດສີນຂອງສານພ້ອມດ້ວຍຄະນະ ແລະ ຫົວໜ້າຫ້ອງປະຕິບັດຄໍາຕັດສີນຂອງສານ ພ້ອມດ້ວຍຄະນະ ແລະ ພະນັກງານຈໍານວນໜຶ່ງ ປະຈໍາຢູ່ແຂວງວຽງຈັນ ແລະ ເມືອງ. ພ້ອມນັ້ນ ທ່ານກໍໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະນໍາຂອງອົງການປະຕິບັດຄໍາຕັດສີນຂອງສານ ເຊີດຊູບົດບາດການນໍາພາຂອງພັກຕໍ່ວຽກງານປະຕິບັດຄຳຕັດສິນຂອງສານ, ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດໃນແຕ່ລະໄລຍະ ໃຫ້ເປັນປົກກະຕິ ແລະ ເລິກເຊິ່ງ, ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ