ກະຊວງຍຸຕິທໍາ ປະກາດສ້າງຕັ້ງອົງການປະຕິບັດຄໍາຕັດສີນຂອງສານຢູ່ແຂວງຫຼວງພະບາງ

ກະຊວງຍຸຕິທໍາ ປະກາດສ້າງຕັ້ງອົງການປະຕິບັດຄໍາຕັດສີນຂອງສານຢູ່ແຂວງຫຼວງພະບາງ

           ພິທີປະກາດສ້າງຕັ້ງອົງການປະຕິບັດຄໍາຕັດສີນຂອງສານຢູ່ແຂວງຫຼວງພະບາງ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 05 ເມສາ 2024 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທໍາ ແລະ ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຕາງໜ້າຈາກສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກການອ້ອມຂ້າງແຂວງ, ພະນັກງານປະຕິບັດຄໍາຕັດສີນຂອງສານ ແຂວງຫຼວງພະບາງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

           ໃນພິທີ ທ່ານ ຄໍາເສີດ ວິລະພັັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າກອງປະຕິບັດຄຳຕັດສີນຂອງສານປະຈຳແຂວງຫຼວງພະບາງ ໂດຍແຕ່ງຕັ້ງ ທ່ານ ເພັດປະເສີດ ວັນນະພາ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສາຂາຫຼວງພະບາງ ເປັນຫົວໜ້າກອງປະຕິບັດຄຳຕັດສີນຂອງສານປະຈຳແຂວງຫຼວງພະບາງ, ແຕ່ງຕັ້ງ ທ່ານ ຄຳພັນ ທິດາລັກ ແລະ ທ່ານ ບຸນຈີນ ສຸວັນວິໄຊ ເປັນຮອງຫົວໜ້າກອງປະຕິບັດຄຳຕັດສີນຂອງສານປະຈຳແຂວງຫຼວງພະບາງ, ພ້ອມດຽວກັນນີ້ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍພະນັກງານຈາກສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ໄປປະຈຳການຢູ່ກອງປະຕິບັດຄຳຕັດສີນຂອງສານປະຈຳແຂວງຫຼວງພະບາງ ຈຳນວນ 06 ທ່ານ, ຍິງ 3 ທ່ານ, ຂໍ້ຕົກລົງຂອງກະຊວງຍຸຕິທຳວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງໃນກອງປະຕິບັດຄຳຕັດສີນຂອງສານປະຈຳແຂວງຫຼວງພະບາງ ຈຳນວນ 09 ທ່ານ, ຍິງ 03. ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ທອງເພັດ ມິດຕະອຸດົມສັກ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງຊຽງເງິນ ເປັນຫົວໜ້າຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາເມືອງຊຽງເງິນ, ແຕ່ງຕັ້ງ ທ່ານ ນາງ ພຸດສະດີ ວິໄລຈິດ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງນໍ້າບາກ ເປັນຫົວໜ້າຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາເມືອງນໍ້າບາກ ແລະ ແຕ່ງຕັ້ງ ທ່ານ ສົມນິດ ຫຼວງແສງຜິວ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງວຽງຄຳ ເປັນຮອງຫົວໜ້າຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາເມືອງນໍ້າບາກ. ຫຼັງຈາກນັ້ນ, ທ່ານ ສີວິໄລ ທະວີສິນ ຮອງຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປະຕິບັດຄໍາຕັດສີນຂອງສານ ໃນໄລຍະຜ່ານມາວ່າ ການປັບປຸງອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໂດຍແຍກຈາກການຄຸ້ມຄອງຂອງສານປະຊາຊົນທ້ອງຖິ່ນ ມາຂຶ້ນກັບການຄຸ້ມຄອງຂອງຂະແໜງຍຸຕິທຳເປັນຕົ້ນມາ ສະພາແຫ່ງຊາດ ແລະ ລັດຖະບານ ໂດຍສະເພາະກະຊວງຍຸຕິທຳ, ອົງການປົກຄອງທ້ອງຖິ່ນ ກໍໄດ້ເອົາໃຈໃສ່ ພ້ອມທັງສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກຫຼາຍດ້ານຕໍ່ວຽກງານປະຕິບັດຄຳຕັດສີນຂອງສານ, ອົງການປະຕິບັດຄໍາຕັດສີນຂອງສານ ແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງຍຸຕິທໍາ ຕາມສາຍຕັ້ງຊຶ່ງປະກອບມີ: ກົມຄຸ້ມຄອງການປະຕິບັດຄຳຕັດສີນຂອງສານ, ກອງປະຕິບັດຄຳຕັດສີນຂອງສານ ປະຈຳແຂວງ, ນະຄອນຫຼວງ ແລະ ຫ້ອງປະຕິບັດຄຳຕັດສີນຂອງສານ ປະຈຳເມືອງ, ເທດສະບານ, ນະຄອນ.

   

          ໃນໂອກາດປະກາດການຈັດຕັ້ງອົງການປະຕິບັດຄໍາຕັດສີນຂອງສານນີ້, ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດມອບຂໍ້ຕົກລົງດັ່ງກ່າວ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ, ພ້ອມດຽວກັນນັ້ນ ໃນຕອນທ້າຍ ຄະນະປະທານ ກໍໄດ້ພັດປ່ຽນກັນມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນໃນຄັ້ງນີ້ ຕ້ອງເອົາໃຈໃສ່ຄົ້ນຄວ້າພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການປະຕິບັດຄຳຕັດສີນຂອງສານຢ່າງເລິກເຊິ່ງ, ກຳໃຫ້ໄດ້ຈຸດອ່ອນຂໍ້ຄົງຄ້າງອັນໃດທີ່ຈະຕ້ອງປັບປຸງແກ້ໄຂ, ປັບປຸງແບບແຜນວິທີການນຳພາໃຫ້ເໝາະສົມ ແລະ ແບບແຜນວິທີເຮັດວຽກແບບໃໝ່ ຄະນະຕ້ອງມີຄວາມເປັນເອກະພາບ ແລະ ນຳພາໄປຕາມມະຕິຂອງຄະນະ, ຕ້ອງແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງຈະແຈ້ງ ເພື່ອຮັບປະກັນໃນການປະຕິບັດວຽກງານ, ຊຶ່ງເປັນສິ່ງທີ່ທ້າທາຍອັນໃໝ່ທີ່ພະນັກງານຈະຕ້ອງໄດ້ສຸມໃສ່ແກ້ໄຂຢ່າງທັນການ, ທັງຈັດຕັ້ງປະຕິບັດ ແລະ ຖອດຖອນບົດຮຽນໄປພ້ອມກັນ ພ້ອມທັງປະເມີນຄືນຜົນສຳເລັດໃນການປະຕິບັດວຽກງານ, ສືບຕໍ່ນຳພາການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີຢູ່ພາຍໃນໃຫ້ໜັກແໜ້ນ ແລະ ກະກຽມສະຖານທີ່ເຮັດວຽກໃຫ້ເໝາະສົມ ແລະ ອຳນວຍຄວາມສະດວກໃນການເຮັດວຽກ. ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສຳ ເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ