ການແຂ່ງຂັນກິລາ 4 ພາກສ່ວນ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 25 ປີ (15 ສິງຫາ 1991-15 ສິງຫາ 2016)

   ​ເພື່ອ​ເປັນ​ການ​ຂໍ່ານັບ​ຮັບ​ຕ້ອນ ​ແລະ ສະ​ເຫຼີ​ມສະຫຼອງວັນ​ລັດຖະທໍາມະນູນ ​ແຫ່ງ ສປປ ລາວ; ​ໃນ​ລະຫວ່າງ​ວັນ​ທີ 10-12 ສິງຫາ 2016 ຜ່ານ​ມາ​ນີ້ ສານ​ປະຊາຊົນ​ສູງ​ສຸດ ​ໄດ້​ເປັນ​ເຈົ້າພາບ​ໃນ​ການ​ຈັດການ​ແຂ່ງຂັນ​ກິລາ 4 ພາກສ່ວນ ປະກອບ​ດ້ວຍ ສານ​ປະຊາຊົນ​ສູງ​ສຸດ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ສະພາ​ແຫ່ງ​ຊາດ ​ແລະ ກະຊວງ​ຍຸຕິ​ທຳ ຢູ່​ທີ່​ສະໜາມ​ກິລາ​ລ້ານ​ຊ້າງ ຢູ​ໄນ​ເຕັດ, ບ້ານ​ໜອງ​ໄຮ, ​ເມືອງ​ຫາດ​ຊາຍ​​ຟອງ, ນະຄອນຫຼວງ​ວຽງ​ຈັນ. ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້​ມີ 3 ປະ​ເພດ​ກິລາ​ຄື: ກິລາ​ບານ​ເຕະ​ຍິງ-ຊາຍ; ກິລາ​ເປ​ຕັ້ງ ​ແລະ ກິລາ​ມວນ​ຊົນ. ​ໃນ​ນັ້ນ​ກິລາ​ເປ​ຕັ້ງ​ໄດ້​ແບ່ງ​ອອກ​ເປັນ 4 ປະ​ເພດ​ຄື: 1. ທີ​ມນັກ​ກິລາ​ກິ​ຕິ​ມາ​ສັກ, 2. ທີ​ມນັກ​ກິລາ​ປະສົມ​ຍິງ-ຊາຍ, 3. ທີ​ມຊາວ​ໜຸ່ມ​ຍິງ ​ແລະ 4. ທີ​ມຊາວ​ໜຸ່ມ​ຊາຍ.

   ກ່ອນ​ການ​ແຂ່ງຂັນ ທ່ານ ຄຳ​ພັນ ສິດທິ​ດຳ​ພາ ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ໄດ້​ກ່າວ​ຈຸດປະສົງ​ໃນ​ການ​ເປີດ​ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ ​ແລະ ສະ​ເຫຼີ​ມສະຫຼອງ​ວັນ​ລັດຖະທຳ​ມະນູນ​ ຄົບຮອບ 25 ປີ ​ແລະ ຍັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ຂອງ​ພະນັກງານ​ລັດຖະກອນ​ຂອງ 4 ພາກສ່ວນ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ. ການ​ແຂ່ງຂັນ​ດຳ​ເນີນ​ໄປ​ດ້ວຍ​ບັນຍາ​ການ​ຟົດ​ຟື້ນ ​ແລະ ​ເບີກບານ​ມ່ວນ​ຊື່ນ; ຜົນ​ການ​ແຂ່ງຂັນສຳລັບ​ກິລາ​ເປ​ຕັ້ງ​ທີ​ມກິ​ຕິມາ​ສັກ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສານ​ປະຊາຊົນ​ສູງ​ສຸດ ທີ​ມ A, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາສານ​ປະຊາຊົນ​ສູງ​ສຸດ ທີ​ມ B; ທີ​ມປະສົມ​ຍິງ-ຊາຍ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສະພາ​ແຫ່ງ​ຊາດ; ທີ​ມຊາວ​ໜຸ່ມ​ຍິງ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສະພາ​ແຫ່ງ​ຊາດ, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສານ​ປະຊາຊົນ​ສູງ​ສຸດ; ທີ​ມຊາວ​ໜຸ່ມ​ຊາຍ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ກະຊວງ​ຍຸຕິ​ທຳ, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສານ​ປະຊາຊົນ​ສູງ​ສຸດ. ກິລາ​ມວນ​ຊົນ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສະພາ​ແຫ່ງ​ຊາດ, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ. ກິລາ​ບານ​ເຕະ​ຍິງ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສະພາ​ແຫ່ງ​ຊາດ, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສານ​ປະຊາຊົນ​ສູງ​ສຸດ. ກິລາ​ບານ​ເຕະ​ຊາຍ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ກະຊວງ​ຍຸຕິ​ທຳ, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມ ນັກ​ກິລາອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ.

   ​ໃນ​ຕອນ​ທ້າຍ​ໄດ້​ມີ​ການ​ມອບ​ລາງວັນ ແລະ ຊົມ​ການສະ​ແດງ​ສິນລະ​ປະ. ຈາກນັ້ນ ສານ​ປະຊາຊົນ​ສູງ​ສຸດ​ ໄດ້​ມອບ​ຄັນ​ທຸງ​ໃຫ້​ແກ່​ສະພາ​ແຫ່ງ​ຊາດ ​ເພື່ອ​ເປັນ​ເຈົ້າພາບ​ໃນ​ການ​ຈັດການ​ແຂ່ງຂັນ​ກິລາ 4 ພາກສ່ວນ​ໃນ​​ປີຕໍ່​ໄປ ​ແລະ ທ່ານ​ ຄໍາພາ ​ແສງ​ດາລາ ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ກໍ​ໄດ້​ກ່າວ​ປິດ​ພິທີ​ຢ່າງ​ເປັນ​ທາງ​ການ.