ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຕ້ອນຮັບ ທ່ານຫົວໜ້າຫ້ອງວ່າການປົກຄອງເມືອງທຸລະຄົມ ແຂວງ ວຽງຈັນ

ໃນເຊົ້າຂອງວັນທີ 26 ມີຖຸນາ 2018 ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກ ກະຊວງຍຸຕິທຳ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຕ້ອນຮັບ ທ່ານ ກິຄຳ ວົງໄຊ ຫົວໜ້າຫ້ອງວ່າການປົກຄອງເມືອງ ທຸລະຄົມ ພ້ອມດ້ວຍຄະນະທີ່ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກົມໂຄສະນາເຜີຍແຜ່ກົດໝາຍ.

ຈຸດປະສົງຂອງການພົບປະໃນຄັ້ງນີ້ ແມ່ນເພື່ອແລກປ່ຽນຖອດຖອນບົດຮຽນວຽກງານໂຄສະນາເຜີຍແຜ່ກົດໝາຍຢູ່ທ້ອງຖິ່ນ ໂດຍສະເພາະ ແມ່ນຢູ່ເມືອງ ທຸລະຄົມ ແຂວງ ວຽງຈັນ. ທັງສອງຝ່າຍກໍໄດ້ລາຍງານການເຄື່ອນໄຫວວຽກງານຂອງຕົນໂດຍຫຍໍ້ໃຫ້ກັນຊາບ. ຈາກນັ້ນ, ກໍໄດ້ແລກປ່ຽນບົດ ຮຽນກ່ຽວກັບວຽກງານການໂຄສະນາເຜີຍແຜ່ກົດໝາຍ ເຮັດແນວໃດເພື່ອໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນຢູ່ພາຍໃນເມືອງທຸລະຄົມ ແຂວງ ວຽງຈັນ ໄດ້ຮັບຮູ້, ເຂົ້າໃຈ, ມີສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ຫຼາຍຂຶ້ນ.

ຕອນທ້າຍ ທ່ານ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກໍໄດ້ມອບປຶ້ມກົດໝາຍ 4 ຂົງເຂດ ຈຳນວນ 20 ຊຸດ ແລະ ວາລະສານກົດໝາຍ ແລະ ຍຸຕິທຳ ຈຳນວນ 50 ຫົວ, ລວມເປັນມູນຄ່າທັງໝົດ 10.550.000 ລ້ານກີບ, ເພື່ອນຳໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ເກີດດອກອອກຜົນ ແລະ ປະກົດຜົນເປັນຈິງ. ຫຼັງຈາກນັ້ນ, ທ່ານ ກິຄຳ ວົງໄຊ ຫົວໜ້າຫ້ອງວ່າການປົກຄອງເມືອງທຸລະຄົມ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະພັກ-ຄະນະນໍາກະຊວງຍຸຕິທໍາ, ໂດຍສະເພາະກໍແມ່ນກົມໂຄສະນາເຜີຍແຜ່ກົດໝາຍ ແລະ ໄດ້ມອບໃບກຽດຕິຄຸນຈາກເຈົ້າເມືອງ ທຸລະຄົມແຂວງ ວຽງຈັນ ໃຫ້ແກ່ກົມໂຄສະນາເຜີຍແຜ່ກົດໝາຍທັງໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ປຶ້ມກົດໝາຍດັ່ງກ່າວລົງໂຄສະນາເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ, ປະຊາຊົນພາຍໃນເມືອງໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍຫຼາຍຂຶ້ນກ່ວາເກົ່າ.

 

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ;   ພາບ: ສຸກສາຄອນ ຈັນທະວຸດ