ຄະນະນໍາ ກະຊວງຍຸຕິທໍາ ເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງ ສະຫາຍ ສຸລິວົງ ດາລາວົງ

    ໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2019 ຄະນະນໍາ ແລະ ພະນັກງານ-ລັດຖະກອນ ກະຊວງຍຸຕິທໍາ ໄດ້ເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງ ສະຫາຍ ສຸລິວົງ ດາລາວົງ, ອະດີດກໍາມະການສູນກາງພັກ ສະໄໝທີ V, Vl, Vll, Vlll ແລະ lX, ອະດີດເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ຫັດຖະກໍາ, ອະດີດລັດຖະມົນຕີກະຊວງການຄ້າ, ອະດີດລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ອະດີດລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່  ໃນພິທີໄດ້ຂຽນປຶ້ມຊາປະນະກິດສົບເພື່ອສະແດງຄວາມໄຫວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນກັບມາຂອງ ສະຫາຍ ສຸລິວົງ ດາລາວົງ ແລະ ການສູນເສຍຂອງ ສະຫາຍ ເປັນການສູນເສຍອະດີດການນໍາຂອງພັກ-ລັດ ອີກຜູ້ໜຶ່ງຊຶ່ງໄດ້ສ້າງຄຸນງາມຄວາມດີໃຫ້ແກ່ປະເທດຊາດ, ກໍຄືປະຊາຊົນບັນດາເຜົ່າ, ພວກຂ້າພະເຈົ້າຈະຂໍຈົດຈໍາຄຸນງາມຄວາມດີ ແລະ ຜົນງານຂອງສະຫາຍ ທີ່ໄດ້ສ້າງໃນໃລຍະຜ່ານມາໄວ້ໃນຄວາມຊົງຈໍາຕະຫຼອດໄປ.

ຂ່າວ-ພາບ: ຂົນ ບຸນທິສານ