ຊາວໜຸ່ມກະຊວງຍຸຕິທໍາ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມຢູ່ແຂວງພາກໃຕ້

ໃນຕອນເຊົ້າຂອງວັນທີ 18 ກັນຍາ 2019 ຢູ່ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດພິທີມອບ-ຮັບ ເງິນ ແລະ ເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດນ້ຳຖ້ວມຢູ່ແຂວງພາກໃຕ້, ຕ່າງໜ້າມອບໂດຍ ທ່ານ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ ແລະ ກ່າວຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຊຶ່ງການສົມທົບເງິນ ແລະ ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ລວມມຸນຄ່າທັງໝົດເປັນເງິນຈໍານວນ 10.016.000 ກີບ. (ສິບລ້ານສິບຫົກພັນກີບ) ໃນເວລາດຽວກັນນີ້ ທ່ານ ອາລຸນໄຊ ສູນນະລາດ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະຊາວໜຸ່ມກະຊວງຍຸຕິທໍາ ທີ່ໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພນ້ຳຖ້ວມຢູ່ແຂວງພາກໃຕ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາວັດຖຸສິ່ງຂອງທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ໄປມອບໃຫ້ຮອດໃຫ້ເຖິງປະຊາຊົນທີ່ກຳລັງປະສົບໄພພິບັດນ້ຳຖ້ວມຢ່າງແທ້ຈິງ.
ປັດຈຸບັນ ປະຊາຊົນທີ່ປະສົບໄພນ້ຳຖ້ວມຢູ່ບັນດາແຂວງພາກໃຕ້ ຍັງມີຄວາມຕ້ອງການການຊ່ວຍເຫຼືອ ເປັນຕົ້ນ ຕ້ອງການເຮືອ, ຈັກປັ່ນໄຟ, ເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ສິ່ງຂອງທີ່ຈຳເປັນຕ່າງໆ.

ຂຽນຂ່າວ ແລະ ຖ່າຍພາບ: ຂົນ ບຸນທິສານ