ທ່ານລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບຄະນະຜູ້ແທນຫວຽດນາມ

     ໃນ​ຕອນ​ບ່າຍ ຂອງ​ວັນ​ທີ 18 ຕຸລາ 2016 ຢູ່​ທີ່​ກະຊວງ​ຍຸຕິ​ທຳ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽ​ມຂ່ຳ​ນັບຂອງ​ ທ່ານ ພົນ​ຈັດ​ຕະວາ ຫງຽວນ ວັນ ​ແຮ້ງ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ, ຫົວໜ້າສານ​ທະຫານ​ຂັ້ນ​ສູນ​ກາງ​ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ວຽກງານ​ຢູ່​ ສປປ ລາວ.

     ໃນ​ໂອກາດ​ນີ້, ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ  ​ແຫ່ງ ສປປ ລາວ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີຕ້ອນຮັບຢ່າງ​ອົບ​ອຸ່ນ​ ​ແລະ ​ຕີ​ລາຄາ​ສູງຕໍ່ ທ່ານ ພົນ​ຈັດ​ຕະວາ ຫງຽວນ ວັນ ​ແຮ້ງ ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ, ຫົວໜ້າສານ​ທະຫານ​ຂັ້ນ​ສູນ​ກາງ​ແຫ່ງ ສສ ຫວຽດນາມພ້ອມ​ດ້ວຍ​ຄະນະທີ່ເດີນທາງ​ມາ​ຢ້ຽມຢາມ ​ແລະ ວຽກງານ​ຢູ່​ ສປປ ລາວ ​ໃນ​ຄັ້ງ​ນີ້.

     ຫຼັງຈາກ​ນັ້ນ ທັງ​ສອງ​ຝ່າຍ​ກໍ​ໄດ້​ລາຍ​ງາ​ນສະພາບ​ຈຸດ​ພິ​ເສດ ​ແລະ ການ​ເຄື່ອນ​ໄຫວ​ວຽກງານ​ໃນ​ໄລຍະ​ຜ່ານ​ມາ​ໃຫ້​ກັນຊາ​ບ, ​ພ້ອມ​ທັງ​ສົນທະນາ​ວຽກງານ​ຍຸຕິ​ທຳ ​ແລະ ຮ່ວມ​ກັນ​ປຶກສາ​ຫາລືການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ດ້ານ​ວຽກງານຍຸຕິ​ທຳ​ໃນຕໍ່ໜ້າ.

    ໂອກາດ​ດຽວກັນນີ້, ທ່ານ ພົນ​ຈັດ​ຕະວາ ຫງຽວນ ວັນ ​ແຮ້ງ ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ, ຫົວໜ້າສານ​ທະຫານ​ຂັ້ນ​ສູນ​ກາງ​ແຫ່ງ ສສ ຫວຽດນາມ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່ ທ່ານ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ແຫ່ງ ສປປ ລາວ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນພ້ອມ​ທັງ​ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກງານ​ທ່ານ​ພ້ອມ​ດ້ວຍ​ຄະນະໃນ​ຄັ້ງ​ນີ້.

ຂຽນຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ ພາບ: ສຸກ​ສາຄອນ ຈັນທະ​ວຸດ