ທ່ານລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຊີນ ຊຸງ ຊູນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ

      ໃນເວລາ 10:30 ໂມງ ຂອງວັນທີ 28 ກຸມພາ 2018 ຢູ່ທີ່ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງ ທ່ານ ຊີນ ຊຸງ ຊູນ (Shin Sung – Soon), ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

     ຈຸດປະສົງຂອງການເຂົ້າຢ້ຽມຂຳ່ນັບໃນຄັ້ງນີ້ແມ່ນ ເນື່ອງໃນໂອກາດທີ່ ທ່ານ ຊີນ ຊຸງ ຊູນ (Shin Sung – Soon), ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ຄົນໃໜ່ ພ້ອມກັນນີ້ທັງສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບແຜນການຮ່ວມມືກັນໃນຕໍ່ໜ້າຊຶ່ງຈະກາຍເປັນສ່ວນໜຶ່ງໃນການເຮັດວຽກຮ່ວມກັນໃນຂົງເຂດກົດໝາຍ ແລະ ຍຸຕິທຳ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ.

     ທັງສອງຝ່າຍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃນລະຍະຜ່ານມາໃຫ້ກັນຊາບ ແລະ ໄດ້ສົນທະນາກັນກ່ຽວກັບການຮ່ວມມືດ້ານວຽກງານຍຸຕິທຳ ເປັນຕົ້ນແມ່ນການຊ່ວຍເຫຼືອແກ່ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງກະຊວງຍຸຕິທຳ ແລະ ໄດ້ປຶກສາຫາລືຮ່ວມກັນກ່ຽວກັບການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຕໍ່ໜ້າໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂື້ນ.

     ໃນໂອກາດນີ້, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍຕໍ່ການດຳລົງຕຳແໜ່ງໃໝ່ຂອງ ທ່ານ ຊີນ ຊຸງ ຊູນ (Shin Sung – Soon), ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ.

     ໃນໂອກາດອັນດຽວກັນນີ້, ທ່ານ ຊີນ ຊຸງ ຊູນ (Shin Sung – Soon), ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ກໍສະແດງໄດ້ຄວາມຂອບໃຈຕໍ່ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້.

                                                                                                                                                                                                           ຂ່າວ, ພາບ: ບຸນຖອມ ພະສະແຫວງ