ທ່ານລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ

     ສປປ ລາວ ແລະ ສາທາລະນະລັດ ຕວັກກີ ໄດ້ສ້າງສາຍພົວພັນການທູດນຳກັນ ໃນວັນທີ 26 ມີຖຸນາ 1958 ເປັນຕົ້ນມາ ທັງສອງປະເທດຍັງບໍ່ທັນມີການຮ່ວມມືທີ່ເປັນຮູບຮ່າງເທື່ອ, ການພົວພັນທັງສອງຝ່າຍ ແມ່ນຢູ່ໃນລັກສະນະການພົວພັນແບບການທູດຫຼາຍກວ່າ. ສ່ວນການຊ່ວຍເຫຼືອ ແລະ ການພົວພັນທາງດ້ານການຄ້າ, ການລົງທຶນ ແມ່ນຍັງບໍ່ທັນມີຫຼາຍ. ສະນັ້ນ, ທ່ານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ຈຶ່ງສະເໜີ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ.

    ໃນເວລາ 10:00 ຂອງວັນທີ 13 ມີນາ 2018 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງ ທ່ານ Ahmet ldem AKAY ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

     ຈຸດປະສົງຂອງການເຂົ້າຢ້ຽມຂຳ່ນັບໃນຄັ້ງນີ້ ແມ່ນໂອກາດທີ່ ທ່ານ Ahmet ldem AKAY ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຄົນໃໝ່ ມາປະຈຳຢູ່ ສປປ ລາວ ພ້ອມທັງປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ຊຶ່ງໄດ້ເປັນສ່ວນໜຶ່ງໃນການເຮັດວຽກຮ່ວມກັນໃນຂົງເຂດກົດໝາຍ ແລະ ຍຸຕິທຳ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ຕວັກກີ.

     ຫຼັງຈາກນັ້ນ, ທັງສອງຝ່າຍ ໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາໃຫ້ກັນຊາບ ແລະ ໄດ້ປຶກສາຫາລືຮ່ວມກັນກ່ຽວກັບການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຕໍ່ໜ້າໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ.

     ໃນໂອກາດນີ້, ທ່ານ  Ahmet ldem AKAY ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກທຸກດ້ານໃນການພົວພັນວຽກງານ ຢູ່ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບຢ່າງອົບອຸ່ນໃນຄັ້ງນີ້.

ຂຽນຂ່າວ: ບຸນຖອມ ພະສະແຫວງ, ຖ່າຍພາບ: ສຸກສາຄອນ ຈັນທະວຸດ