ທ່ານລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດແຫ່ງ ຍີ່ປຸ່ນ

ໃນຕອນເຊົ້າຂອງວັນທີ 11 ຕຸລາ 2019 ຢູ່ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ກີ່ໂສ ຕ້າເກວາກ້າ ເອກອັກຄະລັດຖະທູດແຫ່ງ ຍີ່ປຸ່ນ ພ້ອມດ້ວຍຄະນະ.
ໃນໂອກາດນີ້ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ກີ່ໂສ ຕ້າເກວາກ້າ ເອກອັກຄະລັດຖະທູດ ແຫ່ງ ຍີ່ປຸ່ນ ທີ່ໄດ້ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ ໃນຄັ້ງນີ້ ພ້ອມທັງໄດ້ແຈ້ງ ການຮ່ວມມືທາງດ້ານວິຊາການກົດໝາຍ ລະຫວ່າງກະຊວງຍຸຕິທໍາ ແຫ່ງ ສປປ ລາວ ກັບ ກະຊວງຍຸຕິທໍາ ແຫ່ງ ຍີ່ປຸ່ນ ໃຫ້ທ່ານຊາບ ແລະ ຫວັງວ່າທ່ານຈະປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືທີ່ດີໃຫ້ນັບມື້ຂະຫຍາຍຕົວຂຶ້ນໄປເລື້ອຍໆ ແລະ ພ້ອມທັງອວຍພອນໃຫ້ທ່ານເອກອັກຄະລັດຖະທູດຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດຢູ່ລາວຄັ້ງນີ້ຕື່ມອີກ.
ໃນໂອກາດດຽວກັນ ທ່ານ ກີ່ໂສ ຕ້າເກວາກ້າ ເອກອັກຄະລັດຖະທູດ ແຫ່ງ ຍີ່ປຸ່ນ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງຍຸຕິທຳ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ຂຽນຂ່າວ: ຂົນ ບຸນທິສານ, ຖ່າຍພາບ: ສຸກສາຄອນ