ທ່ານລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງຫົວໜ້າທີ່ປຶກສາທາງດ້ານວິຊາການປະຈໍາໂຄງການ

     ໃນຕອນບ່າຍຂອງວັນທີ 8 ພະຈິກ 2016 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ຊາມີລາ ລາໂຊ (Sharmeela Rassool) ຫົວໜ້າທີ່ປຶກສາທາງດ້ານ ວິຊາການ (CTA) ປະຈໍາໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາການສ້າງລັດແຫ່ງກົດໝາຍ (SPLSMP) ປະຈໍາກະຊວງຍຸຕິທໍາ ແຫ່ງ ສປປ ລາວ .

     ຈຸດປະສົງຂອງການເຂົ້າຢ້ຽມອໍາລາໃນຄັ້ງນີ້ ແມ່ນເພື່ອສະແດງຄວາມຂອບໃຈຕໍ່ທ່ານ ໄຊສີ ສັນຕິວົງ ແລະ ທຸກພາກສ່ວນຂອງຂະແໜງຍຸຕິທໍາ ທີ່ໄດ້ໃຫ້ການຮ່ວມມືອໍານວຍຄວາມສະດວກທຸກປະການ ໃນລະຍະການປະຕິບັດໜ້າທີ່ເປັນ ເວລາ 2 ປີ 6 ເດືອນ. ໃນຖານະເປັນຫົວໜ້າທີ່ປຶກສາທາງດ້ານວິຊາການປະຈໍາໂຄງການທີ່ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໃນລະຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດວຽກງານການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ໄດ້ຮັບການ ພັດທະນາແຕ່ນີ້ຮອດປີ 2020.

     ໃນໂອກາດນີ້ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ຜົນງານຂອງ ທ່ານ ນາງ ຊາມີລາ ລາໂຊ ຫົວໜ້າທີ່ປຶກສາທາງດ້ານວິຊາການ (CTA) SPLSMP ປະຈໍາກະຊວງຍຸ ຕິທໍາ ແຫ່ງ ສປປ ລາວ ທີ່ຍາດມາໄດ້ຕະຫຼອດລະຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າຈະໄດ້ສືບຕໍ່ພົວພັນຮ່ວມມືວຽກງານນໍາກັນໃນຕໍ່ໜ້າ.

ຂ່າວ: ໄຊຍະສິດ       ພາບ: ສຸກສາຄອນ