ທ່ານລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນຈາກສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ

        ໃນ​ຕອນ​ບ່າຍ ຂອງ​ວັນ​ທີ 13 ກໍລະກົດ 2018  ຢູ່​ທີ່​ກະຊວງ​ຍຸຕິ​ທຳ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽ​ມຂ່ຳ​ນັບຂອງ​ ທ່ານ ຫງ່ວຽນ ວັນ ທູ ຮອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ, ພ້ອມ​ດ້ວຍ​ຄະນະ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ເຮັດວຽກຢູ່ ສປປລາວ.

        ​ ໃນ​ໂອກາດ​ນີ້, ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ  ​ແຫ່ງ ສປປ ລາວ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີຕ້ອນຮັບຢ່າງ​ອົບ​ອຸ່ນ​ ​ແລະ ​ຕີ​ລາຄາ​ສູງຕໍ່ ທ່ານ ຫງ່ວຽນ ວັນ ທູ ຮອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ທີ່ໄດ້ເດີນທາງ​ມາ​ຢ້ຽມຢາມ, ພ້ອມທັງການປະຕິບັດໜ້າທີ່ ​ແລະ ເຮັດວຽກ​ຢູ່​ ສປປ ລາວ ​ໃນ​ຄັ້ງ​ນີ້.

ທ່ານ ຫງ່ວຽນ ວັນ ທູ ຮອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມໄດ້ກ່າວຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອລາຍງານຜົນຂອງການສຳຫຼວດໂຄງການຊ່ວຍໜູນສະຖາບັນຍຸຕິທຳ ແຫ່ງ ສປປ ລາວ, ພ້ອມ​ທັງ​ສົນທະນາ​ວຽກງານ​ຍຸຕິ​ທຳ ​ແລະ ຮ່ວມ​ກັນ​ປຶກສາ​ຫາລືການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫຼືອ​ຊຶ່ງກັນ ​ແລະ ກັນ ​ດ້ານ​ວຽກງານຍຸຕິ​ທຳ​ໃນຕໍ່ໜ້າ. ຫຼັງຈາກນັ້ນ, ທ່ານກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່ ທ່ານ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ແຫ່ງ ສປປ ລາວ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ, ພ້ອມທັງຮັບຟັງການ​​ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກງານຂອງທ່ານ​ພ້ອມ​ດ້ວຍ​ຄະນະໃນ​ຄັ້ງ​ນີ້.

             ຂຽນຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ ພາບ: ສົມຫວັງ ບົວລະພັນ