ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບທີ່ປຶກສາຂອງໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP) ຈາກປະເທດຝຣັ່ງ

     ​ທີ່ຫ້ອງຮັບແຂກ​ກະຊວງ​ຍຸຕິ​ທຳ ທ່ານ ບຸນ​ສະຫວາດ ​ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງ ທ່ານ ນາງ ​ແອັດສະ​ແຕຣ ​ແອນ​ກຼີ​ແອັບ ທະນາຍຄວາມ, ທັງ​ເປັນ​ທີ່​ປຶກສາ​ຂອງ​ໂຄງການ​ກອງ​ທຶນ​ບູລິ​ມະ​ສິດ​ ເພື່ອຄວາມ​ສາມັກຄີ ພ້ອມ​ດ້ວຍ​ຄະນະ​ຈາ​ກປະ​ເທດ​ຝຣັ່ງ  ​ເນື່ອງ​​ໃນ​ໂອກາດ​ທີ່​ໄດ້​​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ນະຄອນຫຼວງວຽງຈັນ ໃນຕອນບ່າຍຂອງ​​ວັນ​ທີ 9 ພະຈິກ 2016 ​.

     ໃນ​ໂອກາດ​ດັ່ງກ່າວ ທ່ານ​ຮອງ​​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ​ສປປ ລາວ ​ໄດ້​​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່ການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງ​ທ່ານ ນາງ ແອັດສະ​ແຕຣ ​ແອນ​ກຼີ​ແອັບ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ​ຊຶ່ງ​ເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​​ໃນ​ການ​ເສີມ​ສ້າງສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ ສປປ ລາວ ກັບ ປະ​ເທດ​ຝຣັ່ງ ທີ່​ມີ​ມາ​​ແລ້ວ​ນັ້ນ​ໃຫ້​ນັບ​ມື້ນັບ​ແໜ້ນ​ແຟ້ນຂຶ້ນ​ເລື້ອຍໆ.  ພ້ອມ​ກັນ​ນັ້ນ​ທັງ​ສອງ​ຝ່າຍ​ກໍ​ໄດ້​ລາຍ​ງານ​ສະພາບ​ການ​ເຄື່ອນ​ໄຫວ​ວຽກງານ​ໃຫ້​ກັນ ​ແລະ ກັນ​ໄດ້​ຮັບ​ຊາບ ​ໂດຍ​ສະ​ເພາະວຽກງານ​ການ​ຝຶກ​ອົບຮົມ​ວິຊາ​ຊີບ​ຍຸຕິ​ທຳ​ແຫ່ງ​ຊາດ, ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ວຽກງານ​ສະພາທະນາຍຄວາມ ​ແຫ່ງ ສປປ ລາວ ​ແລະ ວຽກງານ​ອື່ນໆທີ່​ລັດຖະບານ​ຝຣັ່ງ​ໄດ້​ໃຫ້ການ​ສະໜັບສະໜູນ.

     ຕອນ​ທ້າຍ​ຂອງ​ການ​ພົບ​ປະ ທ່ານ ນາງ ແອັດສະ​ແຕຣ ​ແອນ​ກຼີ​ແອັບ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ສູງ​ຕໍ່ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ທີ່​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ອຳນວຍ​ຄວາມ​ສະດວກ​ທຸກ​ດ້ານ​ແກ່​ການ​ເຄື່ອນ​ໄຫວ​ເຮັດ​ວຽກຢູ່ ສປປ ລາວ ແລະ ພ້ອມ​ທີ່​ຈະ​ໃຫ້ການ​ຮ່ວມ​ມື ແລະ ຊ່ວຍ​ເຫຼືອ​ໃນ​ຂົງ​ເຂດ​ວຽກງານ​ຍຸຕິ​ທຳ​ໃນຕໍ່ໜ້າ.                                                                                                                          

  ຂຽນຂ່າວ ປາ​ວີ​ຄຳ ​ເພັດ​ທະລາ​ກຸນ     ພາບ: ສຸກ​ສາຄອນ ຈັນທະ​ວຸດ