ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ພະແນກຍຸຕິທຳ ແຂວງ ໄຊສົມບູນ

     ທ່ານ ປອ. ເສີມສຸກ ສິມພະວົງ  ຮອງລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກງານຢູ່ພະແນກຍຸຕິທຳ ແຂວງ ໄຊສົມບູນ ໃນວັນທີ 15 ພຶດສະພາ 2017 ຜ່ານ ມາ ໂດຍ​ການ​ຕ້ອນຮັບຂອງ​ ທ່ານ ອຸດອນ ສິງດາລາ ຫົວໜ້າພະແນກຍຸຕິທຳແຂວງໄຊສົມບູນ, ມີ​ບັນດາຮອງ​ຫົວໜ້າພະ​ແນ​ກ, ພ້ອມ​ດ້ວຍພະນັກງານ​-ລັດຖະກອນ​ຂອງ​ພະ​ແນ​ກຍຸຕິ​ທຳ ​ແຂວງ​ໄຊ​ສົມບູນ​ເຂົ້າ​ຮວ່ມຢ່າງ​ພ້ອມພຽງ.

     ​ໃນ​ພິທີ​ຜູ້​ເຂົ້າ​ຮວ່ມ ​ໄດ້ຮັບ​ຟັງ​ການລາຍງານສະພາບການເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດວຽກງານ​ຂອງ​ພະ​ແນ​ກຍຸຕິ​ທຳ ​ແຂວງ​ໄຊ​ສົມບູນ ໃນ​ລະຍະ​ຜ່ານ​ມາ ​ແລະ ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ ຈາກ​ທ່ານ ອຸດອນ ​ສິງ​ດາລາ ຫົວໜ້າພະ​ແນ​ກ ຍຸຕິ​ທຳ​ແຂວງ​ໄຊ​ສົມບູນ  ຊຶ່ງພະ​ແນ​ກຍຸຕິ​ທຳ​ແຂວງ​ໄຊ​ສົມບູນ, ມີພະນັກງານທັງໝົດ 48 ຄົນ ຍິງ 7 ຄົນ; ດ້ານ​ວຽກງານວິຊາສະເພາະ ສາມາດປະຕິບັດສຳເລັດຫຼາຍດ້ານ ເປັນຕົ້ນ ແມ່ນວຽກງານໂຄສະນາເຜີຍແຜ່ກົດໝາຍ ຢູ່ອົງການປົກຄແງບ້ານໄດ້ 89 ຄັ້ງ ມີຜູ້ເຂົ້າຮ່ວມຟັງ 8,640ຄົນ ຍີງ 3,842 ຄົນ, ໂຄສະນາຜ່ານໂທລະໂຄ່ງໄດ້ 133 ຄັ້ງ; ວຽກງານປະຕິບັດຄຳຕັດສີນຂອງສານ ປະຕິບັດໄດ້ 7 ເລື່ອງ, ມອບເງີນໃຫ້ບຸກຄົນ 23.670.000 ກີບ, ມອບເຂົ້າລັດ 2.500.000 ກີບ, ວຽກງານທະບຽນສານ ໄດ້ຢັ້ນຢືນຄວາມຖືກຕ້ອງຂອງເອກະສານ 18 ເລື່ອງ ເກັບຄ່າບໍລິການໄດ້ 5.560.000 ກີບ; ວຽກງານຍຸຕິທຳຮາກຖານ ແມ່ນໄດ້ນຳພານັກສຶກສາຈຳນວນ 71 ຄົນ, ຍິງ 18 ຄົນ ລົງຢູ່ບັນດາບ້ານ​ໃນ 5 ເມືອງ ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ ​.​

     ໃນ​ການລົງເຮັດວຽກຄັ້ງນີ້ ທ່ານ  ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະພະແນກ ​ໃນ​ການຕັ້ງປະຕິບັດໜ້າທີ່ວຽກງານ ການເມືອງແນວຄິດ ແລະ ວຽກງານວິຊາສະເພາະທີ່ພັກ-ລັດໄດ້ມອບໝາຍໃຫ້ຈົນປະສົບຜົນສຳເລັດຫຼາຍດ້ານ ພ້ອມນັ້ນ​ທ່ານ​ຍັງ​ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳຂອງພະແນກ ໄດ້ສືບຕໍ່ສຶກສາອົບຮົມ-ນຳພາ ແນວຄິດພະນັກງານໃຫ້ມີຄວາມທຸ່ງທຽ່ງ, ເຊື້ອໝັ້ນຕໍ່ການນຳພາຂອງພັກ-ລັດ, ປັບປຸງແບບແຜນວິທີການເຮັດວຽກ, ຍາດແຍ່ງ​ເອົາການຊ່ວຍເຫຼືອ ແລະ ​ປະຕິບັດວຽກງານ​ຕາມທິດນຳຂອງຄະນະພັກສາຍຕັ້ງ ແລະ ສາຍຂວາງຢ່າງໃກ້ສິດຕິດແທດ, ສ້າງສະມາຊິກພັກ-ພະນັກງານ ພ້ອມທັງເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ ແລະ ບໍາລຸງຮັກສາວັດຖຸອຸບປະກອນໃຫ້ເປັນປົກກະຕິ.

ຂຽນຂ່າວ ແລະ ຖ່າຍພາບ​ໂດຍ ຄຳ​ພອນ ທ່າວເຈີວ່າງ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ