ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ຕາງໜ້າຈາກສຳນັກງານໄອຍະການ ແຫ່ງ ສາທາລະນະລັດ ສິງກາໂປ

    ໃນຕອນເຊົ້າຂອງວັນທີ 21 ກຸມພາ 2018 ຢູ່ທີ່ກະຊວງຍຸຕິທຳ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ kwek mean luck, sc (solicitor-general), ຜູ້ຊ່ວຍຫົວໜ້າສຳນັກງານໄອຍະການສູງສຸດ ແຫ່ງ ສາທາລະນະລັດ ສິງກາໂປ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຢ້ຽມຢາມ ແລະ ປະຕິບັດໜ້າທີ່ວຽກງານຢູ່ ສປປ ລາວ ໃນລະຫວ່າງ ທີ 20-22 ກຸມພາ 2018.

     ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ kwek mean luck, sc (solicitor-general), ຜູ້ຊ່ວຍຫົວໜ້າສຳນັກງານໄອຍະການສູງສຸດ ແຫ່ງ ສາທາລະນະລັດ ສິງກາໂປ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ກັບ ສຳນັກງານໄອຍະການສູງສຸດ ແຫ່ງ ສາທາລະນະລັດ ສິງກາໂປ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ. ຈາກນັ້ນ, ທັງສອງຝ່າຍກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານໃຫ້ກັນຊາບ. ເພື່ອສະເໜີແລກປ່ຽນບົດຮຽນ ແລະ ສ້າງຄວາມເຂົ້າໃຈກ່ຽວກັບລະບົບກົດໝາຍ ແລະບັນດາອົງການທີ່ຕິດພັນກັບວຽກງານຍຸຕິທຳ ແລະ ກົດໝາຍ ຂອງ ສປປ ລາວ.

    ໃນຕອນທ້າຍ ທ່ານ kwek mean luck, sc (solicitor-general) ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານຮອງລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຄວາມສະດວກທຸກດ້ານແກ່ການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອທາງດ້ານຕ່າງໆ ເປັນຕົ້ນ ການພັດທະນາການສ້າງປຶ້ມຄູ່ມືການຮ່າງກົດໝາຍ, ວຽກງານການຈັດຝຶກອົບຮົມ ບັນດາເຕັກນິກໃນການຮ່າງກົດໝາຍ ແລະ ການຫັນເອົານະໂຍບາຍມາເປັນກົດໝາຍ ໃນ ເດືອນ ເມສາ ປີ 2018 ທີ່ ນະຄອນຫຼວງວຽງຈັນ ພ້ອມສືບຕໍ່ປຶກສາຫາລືຮ່ວມມືກັບກົມກວດກາ ແລະ ປະເມີນຜົນນິຕິກຳ ກ່ຽວກັບການພັດທະນາໃນການກວດກາ ແລະ ປະເມີນຜົນນິຕິກຳ ຂອງກະຊວງຍຸຕິທຳ ແລະ ຂົງເຂດວຽກງານຍຸຕິທຳ ຂອງ ສປປ ລາວ ໃນຕໍ່ໜ້າ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ