ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນສະມາຄົມນັກກົດໝາຍແຫ່ງ ສສ ຫວຽດນາມ

ໃນຕອນບ່າຍຂອງວັນທີ 25 ເມສາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫງວຽນ ວັນ ກວ່ຽນ ປະທານສະມາຄົມນັກກົດໝາຍ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຮ່ວມກັບຄະນະປະຈຳສະພາທະນາຍຄວາມ ລາວ.
ໃນໂອກາດນີ້, ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ຫງວຽນ ວັນ ກວ່ຽນ ປະທານສະມາຄົມນັກກົດໝາຍ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ພ້ອມທັງການມາປະຕິບັດໜ້າທີ່ ແລະ ເຄື່ອນໄຫວວຽກງານຢູ່ ສປປລາວ ໃນຄັ້ງນີ້.

ຈຸດປະສົງຂອງການເຂົ້າຢ້ຽມຂ່ໍານັບໃນຄັ້ງນີ້ ເພື່ອເປັນການແລກປ່ຽນບົດຮຽນກ່ຽວກັບຂະບວນການສ້າງກົດໝາຍ ແລະ ການເຂົ້າຮ່ວມຂອງອົງການຈັດຕັ້ງສັງຄົມເຂົ້າໃນວຽກງານໃນການຊ່ວຍເຫຼືອທາງດ້ານກົດໝາຍ, ຄຸ້ມຄອງການເຄື່ອນໄຫວດ້ານການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການຄຸ້ມຄອງທະນາຍຄວາມ. ຫຼັງຈາກນັ້ນ ທ່ານ ຫງວຽນ ວັນ ກວ່ຽນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ດ້ວຍ.

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ຂົນ ບຸນທິສານ