ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຈາກສະຖາບັນກຽມການປົກຄອງທົ່ວໄປ ຂອງປະເທດຝຣັ່ງງ

        ໃນຕອນ​ເຊົ້າຂອງວັນທີ 5 ຕຸລາ 2016 ຢູ່ທີ່​ຫ້ອງ​ຮັບ​ແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້​ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ​ ທ່ານ ປີ​ແອຣິກ ​ເລີ​ເຊີນ​ ຫົວໜ້າຄະນະບໍລິຫານ​ສະ​ຖາ​ບັນ​ກຽມການ​ປົກຄອງ​ທົ່ວ​ໄປຂອງ​ປະ​ເທດ​ຝຣັ່ງ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານ​ໄດ້​ເດີນທາງ​ມາ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກຢ່າງ​ເປັນທາງ​ການ​ຢູ່ ສປປ ລາວ ​ໃນ​ລະຫວ່າງ​ ວັນ​ທີ 4-6 ຕຸລາ 2016.

        ​ພ້ອມ​ດຽວກັນ​ນີ້ ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບ ​ແລະ ການ​ມາ​ເຮັດ​ວຽກຂອງ ທ່ານ ປີ​ແອຣິກ ​ເລີ​ເຊີນ ພ້ອມດ້ວຍຄະນະ​ໃນ​ຄັ້ງ​ນີ້ ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ-ຝຣັ່ງ ​​ໃນ​ຂະ​ແໜງຍຸຕິ​ທຳ ໃຫ້​ມີ​ບາດກ້າວ​ຂະຫຍາຍ​ຕົວຂື້ນ​ໄປ​ເລື້ອຍໆ.

        ຈາກ​ນັ້ນທັງສອງຝ່າຍ ກໍໄດ້ລາຍງານສະພາບຈຸດພິເສດ ແລະ ສະພາບການເຄື່ອນໄຫວວຽກງານຍຸຕິທຳຂອງ​ແຕ່ລະ​ຝ່າຍໃຫ້ກັນ ແລະ ກັນໄດ້ຮັບຊາບ  ​ ພ້ອມ​ທັງປຶກສາ​ຫາລື​ກ່ຽວກັບການ​ພົວພັນ​ຮວ່ມມື​ຊ່ວຍ​ເຫຼືອ​ເຊີ່ງ​ກັນ ​​ແລ​ະ ກັນ ດ້ານ​ວຽກງານຍຸຕິ​ທຳ​ໃນ​ຕໍ່ໜ້າ ໃຫ້​ນັບ​ມື້​ເຕີບ​ໃຫ່ຍ​​ເຂັ້ມ​ແຂງ ​​ແລະ ກວ້າງຂວາງ​ກວ່າ​ເກົ່າ .

        ​​ໃນໂອກາດ​ດັ່ງ​ກ່າວ ທ່ານ ປີ​ແອຣິກ ​ເລີ​ເຊີນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ​ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ​ໄດ້ອຳນວຍຄວາມສະດວກທຸກດ້ານ​ໃຫ້​ແກ່​ການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ພ້ອມ​ຈະຮ່ວມມືທາງ​ດ້ານກົດໝາຍ​ໃຫ້​ກ້າວ​ເຂົ້າສູ່​ລວງ​ເລິກ .

          ຂ່າວ: ອອ່ນຄຳ; ພາບ ວຽງ​ໄຊ