ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ມີແຊນ ກອບແຟງ (MiChel GOFFIN)

ໃນຕອນເຊົ້າຂອງວັນທີ 23 ມີນາ 2016, ເວລາ 09: 00 ໂມງ ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຢາມຂອງ   ທ່ານ ມີແຊນ ກອບແຟງ ອຸປະທູດປະຈຳຫ້ອງການຜູ່ຕ່າງໜ້າສະຫະພາບເອີຣົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເພື່ຶອປຶກສາຫາລືກ່ຽວການຮ່ວມມືໃນຕໍ່ໜ້າ ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ຫ້ອງການຜູ່ຕ່າງໜ້າຂອງສະຫະພາບເອີຣົບ ປະຈຳລາວ.

          ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ຕ້ອນຮັບ ແລະ ຊົມເຊີຍ, ພ້ອມທັງຕີລາຄາສູງຕໍ່ ທ່ານ ມີແຊນ ກອບແຟງ ທີ່ໄດ້ມາຢ້ຽມຢາມ ຊຶ່ງເປັນຂີດໝາຍອັນສຳຄັນ ແລະ ເປັນການປະກອບສ່ວນໃນການສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະ ແມ່ນວຽກງານຂົງເຂດຍຸຕິທຳ. ນອກນັ້ນ ຍັງເປັນການເພີ່ມທະວີ, ຮັດແໜ້ນສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ກະຊວງຍຸຕິທຳ ແລະ ຜູ່ຕ່າງໜ້າສະຫະພັນເອີຣົບ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ຍືນຍົງຄົງຕົວຕະຫຼອດໄປ.

          ໃນເວລາດຽວກັນ, ທ່ານ ຜູ່ຕ່າງໜ້າຫ້ອງການສະຫະພັນເອີຣົບ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີກະຊວງຍຸຕິທຳ ແລະ ​ໃນຕ້ອນທ້າຍທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດ​ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃຫ້ກັນຊາບ ພ້ອມ​ທັງສົນທະນາແລກປ່ຽນກ່ຽວກັບວຽກງານໃນຂົງເຂດຍຸຕິທຳ ແລະ ປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນຕໍ່ໜ້າ./.