ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບທີ່ປຶກສາໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP) ຈາກປະເທດຝຣັ່ງ

     ໃນຕອນບ່າຍຂອງວັນທີ 7 ພະຈິກ 2016 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແອັດສະແຕລ ແອນກຼີແອັບ (Esther ELKRIEFE) ທະນາຍຄວາມ ແລະ ທັງເປັນທີ່ປຶກສາຂອງໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP) ພ້ອມດ້ວຍຄະນະ ຈາກປະເທດຝຣັ່ງ ເນື່ອງໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 7-18 ພະຈິກ 2016.

     ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແອັດສະແຕລ ແອນກຼີແອັບ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະ ກອບສ່ວນທີ່ສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ກັບ ປະເທດຝຣັ່ງ ທີ່ມີມາແລ້ວນັ້ນໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ. ພ້ອມກັນນັ້ນທັງສອງຝ່າຍກໍ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານໃຫ້ກັນ ແລະ ກັນຊາບ ໂດຍສະເພາະວຽກງານການຝຶກອົົບຮົມວິຊາຊີບຍຸຕິທໍາ ຢູ່ສະຖາບັນຍຸຕິທໍາແຫ່ງຊາດ, ການສ້າງຄວາມເຂັ້ມແຂງໃນວຽກງານສະພາທະນາຍຄວາມ ແຫ່ງ ສປປ ລາວ ແລະ ວຽກງານອື່ນໆທີ່ລັດຖະບານຝຣັ່ງໄດ້ໃຫ້ການສະໜັບສະໜູນ.

     ໃນຕອນທ້າຍຂອງການພົບປະ ທ່ານ ນາງ ແອັດສະແຕລ ແອນກຼີແອັບ  ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກທຸກ ດ້ານແກ່ການເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອໃນຂົງເຂດວຽກງານຍຸຕິທໍາໃນຕໍ່ໜ້າ.

ຂ່າວ: ໄຊຍະສິດ       ພາບ: ສຸກສາຄອນ