ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ລົງຕິດຕາມ, ຊຸກຍູ້ ແລະ ຊີ້ນໍາ ວຽກງານຍຸຕິທໍາ ຢູ່ແຂວງ ຈໍາປາສັກ

ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ລົງຕິດຕາມ, ຊຸກຍູ້ ແລະ ຊີ້ນໍາ ວຽກງານຍຸຕິທໍາ ຢູ່ແຂວງ ຈໍາປາສັກ

 

      ໃນວັນທີ 01 ມີນາ 2024 ນີ້. ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ. ໃນໂອກາດລົງເຄື່ອນໄຫວວຽກງານໃນຄັ້ງນີ້ ທ່ານລັດຖະ ມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ເຂົ້າພົບທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ ເພື່ອແຈ້ງຈຸດປະສົງໃນການເຄື່ອນໄຫວວຽກງານຄັ້ງນີ້ ໃຫ້ທ່ານ ເຈົ້າແຂວງໄດ້ຮັບຊາບ. ໂດຍສະເພາະ ແມ່ນປະກາດສ້າງຕັ້ງກອງ ແລະ ຫ້ອງການຈັດຕັ້ງປະຕິ ບັດຄໍາຕັດສີນຂອງສານ ຢູ່ແຂວງຈໍາປາສັກ.

ຈາກນັ້ນ, ທ່ານລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມພິທີປະກາດສ້າງຕັ້ງກອງ ແລະ ຫ້ອງການປະຕິບັດຄໍາຕັດສີນຂອງສານ ຂຶ້ນ. ຢູ່ທີ່ຫ້ອງປະຊຸມ ຂອງຫ້ອງວ່າການອົງການປົກຄອງແຂວງ ໃຫ້ກຽດເຂົ້າຮ່ວມມີ ທ່ານ ໂສມ ບຸດຕະກຸນ ຮອງເລຂາພັກ  ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານຍຸຕິທໍາ ມີຫົວໜ້າ ແລະ ຮອງຫົວໜ້າພະແນກຍຸຕິທຳ, ຫົວໜ້າ ແລະ ຮອງຫົວໜ້າການຕ່າງໆອ້ອມຂ້າງແຂວງ, ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາຈໍາປາສັກ, ຫົວໜ້າຂະແໜງ, ຮອງຂະແໜງ, ບັນດາຫົວໜ້າຫ້ອງການຍຸຕິທຳ  09 ເມືອງ, 01 ນະຄອນປາກເຊ,  ບັນດາແຂກຖືກເຊີນອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານປະຕິບັດຄໍາຕັດສີນຂອງສານ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີທ່ານ ຄໍາເສີດ ວິລະພັັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຮັບເອົາພະນັກງານທີ່ຍົົກຍ້າຍມາຈາກພະແນກຍຸຕິທໍາແຂວງ ແລະ ຫ້ອງການຍຸຕິທໍາເມືອງ ມາປະຈໍາກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາແຂວງຈໍາປາສັກ.  ໃນນີ້ໄດ້ແຕ່ງຕັ້ງ ທ່ານ ສົມນຶກ ແສງອາໄພ ຮອງຫົວໜ້າພະແນກຍຸຕິທໍາແຂວງຈໍາປາສັກ ເປັນຫົວໜ້າກອງປະຕິບັດຄໍາຕັດສີນຂອງສານ ປະຈໍາແຂວງຈໍາປາສັກ ພ້ອມດ້ວຍຮອງຫົວໜ້າຈໍານວນໜຶ່ງ, ແຕ່ງຕັ້ງ ທ່ານ ພູໂຂງ ພິມມະວົງ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງໂພນທອງ ເປັນຫົວໜ້າຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາເມືອງຈໍາປາສັກ ແລະ ແຕ່ງຕັ້ງ ທ່ານ ນາງ ພອນທິບ ສິງຫາທຳ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງໂພນທອງ ເປັນຫົວໜ້າຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາເມືອງຈໍາປາສັກ ແລະ ພະນັກງານຈໍານວນໜຶ່ງ ເພື່ອປະກອບເຂົ້າອົງການດັ່ງກ່າວ, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານຕົວຈິງໃນ ກະຊວງຍຸຕິທໍາ. 

   

        ໃນກອງປະຊຸມ ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນ  ກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປະຕິບັດຄໍາຕັດສີນຂອງສານ ໃນໄລຍະຜ່ານມາ ການປັບປຸງອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໂດຍແຍກຈາກການຄຸ້ມຄອງຂອງສານປະ ຊາຊົນທ້ອງຖິ່ນ ມາຂຶ້ນກັບການຄຸ້ມຄອງຂອງຂະແໜງຍຸຕິທຳເປັນຕົ້ນມາ, ພັກ, ສະພາແຫ່ງຊາດ ແລະ ລັດຖະບານ ໂດຍສະເພາະ ກະຊວງຍຸຕິທຳ, ອົງການປົກຄອງທ້ອງຖິ່ນ ກໍໄດ້ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກຫຼາຍດ້ານຕໍ່ວຽກງານປະຕິບັດຄຳຕັດສີນຂອງສານ, ອົງການປະຕິບັດຄໍາຕັດສີນຂອງສານ ແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງຍຸຕິທໍາ, ມີລະບົບການຈັດຕັ້ງຕາມສາຍຕັ້ງຊຶ່ງປະກອບມີ ກົມຄຸ້ມຄອງການປະຕິບັດຄຳຕັດສີນຂອງສານ, ກອງປະຕິບັດຄຳຕັດສີນຂອງສານ ປະ ຈຳແຂວງ, ນະຄອນຫຼວງ ແລະ ຫ້ອງປະຕິບັດຄຳຕັດສີນຂອງສານ ປະຈຳເມືອງ, ເທດສະບານ, ນະ ຄອນ.

       ໃນຕອນທ້າຍຂອງກອງປະຊຸມ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກອງປະຕິບັດຄໍາຕັດສີນຂອງສານພ້ອມດ້ວຍຄະນະ ແລະ ຫົວໜ້າຫ້ອງປະຕິບັດຄໍາຕັດສີນຂອງສານພ້ອມດ້ວຍຄະນະ ແລະ ພະນັກ ງານຈໍານວນໜຶ່ງ ປະຈໍາຢູ່ແຂວງຈໍາສັກ ແລະ ເມືອງ. ພ້ອມນັ້ນ ທ່ານກໍໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະນໍາຂອງອົງການປະຕິບັດຄໍາຕັດສີນຂອງສານ ເຊີດຊູບົດບາດການນໍາພາຂອງພັກຕໍ່ວຽກງານປະຕິບັດຄຳຕັດສິນຂອງສານ, ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໃນແຕ່ລະໄລຍະ ໃຫ້ເປັນປົກກະຕິ ແລະ ເລິກເຊິ່ງ, ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

 

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ