ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຜູ້ຊ່ວຍ ສຈ ອັດສະຖາຍຸດ ຜົນລະພາກ ຮອງຄະນະບໍດີ ຝ່າຍບໍລິຫານ ຄະນະນິຕິສາດ ມະຫາວິທະຍາໄລຊຽງໃໝ່ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ

ໃນຕອນ​ເຊົ້າຂອງວັນທີ 17 ກໍລະກົດ 2018 ທີ່ກະຊວງຍຸຕິທຳ ທ່ານ ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຜູ້​ຊ່ວຍ ສຈ ອັດສະ​ຖາຍຸດ ຜົນລະ​ພາກ ຮອງ​ຄະນະ​ບໍດີ ຝ່າຍ​ບໍລິຫານ ຄະນະ​ນິຕິສາດ ມະຫາ​ວິທະຍາ​ໄລ​ຊຽງ​ໃໝ່ ຣາຊະ​ອານາຈັກ​ໄທ ພ້ອມ​ດ້ວຍ​ຄະນະ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຮ່ວມ​ກັບ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ຂອງ ສປປ ລາວ.

​        ໃນ​ໂອກາດ​ດັ່ງກ່າວ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາ​ຢ້ຽມຢາມ ​ຂອງທ່ານ ຜູ້​ຊ່ວຍ ສຈ ອັດສະ​ຖາຍຸດ ຜົນ​ລະ​ພາກ ພ້ອມ​ດ້ວຍ​ຄະນະໃນຄັ້ງ​ນີ້ ຊຶ່ງ​ເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ເສີມສ້າງ  ສາ​ຍພົວພັນ​ມິດຕະພາບ ​ແລະ ການ​ພົວພັນ​ຮ່ວມ​ມື​ກັນລະຫວ່າງ​ຂະ​ແໜງຍຸຕິ​ທຳ​ຂອງ ສປປ ລາວ ​ແລະ ຣາຊະ​ອາ​ຈັກ​ໄທ​ໃຫ້​ແໜ້ນ​ແຟ້ນຂຶ້ນ​ໄປ​ເລື້ອຍໆ.

        ພ້ອມ​ດຽວກັນ​ນັ້ນ ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວກັນ​ທີ່​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ກໍ​ໄດ້​ມີ​ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈວ່າ​ດ້ວຍ​ການ​ຮ່ວມ​ມື ລະຫວ່າງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ຂອງ ສປປ ລາວ  ​ແລະ ຄະນະ ​ນິຕິສາດ ມະຫາວິທະຍາ​ໄລ​ຊຽງ​ໃໝ່ ຣາຊະ​ອານາຈັກ​ໄທ ຊຶ່ງ​​ໃຫ້ກຽດ​ເຂົ້າ​ຮ່ວມ​​ໃນ​ພິທີ​ໃນ​ຄັ້ງ​ນີ້ ມີ​ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແລະ ທ່ານ ຜູ້​ຊ່ວຍ ສຈ ອັດສະ​ຖາ​ຍຸດ ຜົນ​ລະ​ພາກ ຮອງ​ຄະນະ​ບໍດີ ຝ່າຍ​ບໍລິຫານ ຄະນະ ​ນິຕິສາດ ມະຫາ​ວິທະຍາ​ໄລ​ຊຽງ​ໃໝ່ ໃນ​ພິທີ​​ທັງ​ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ການ​ພົວພັນ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຍຸຕິ​ທຳ ​ແລະ ກົດໝາຍ ໂດຍ​ສະ​ເພາະ​ແມ່ນດ້ານ​ການ​ສຶກສາ ​ແລະ ຄົ້ນຄວ້າ​ວິທະຍາສາດ​ກົດໝາຍຮ່ວມ​ກັນ ຫຼັງຈາກ​ນັ້ນ ​ໃນ​ພິທີ​ທັງ​ສອງ​ຝ່າຍກໍ​ໄດ້​ມີ​ການ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ດ້ານ​ການ​ຮ່ວມ​ມືກັນ ຊຶ່ງ​ມີ​ຄະນະ​ນຳ​ທັງ​ສອງ​ຝ່າຍ​ເຂົ້າຮ່ວມ​ເປັນ​ສັກຂີ​ພະຍານ.

        ​ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ​ ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ມີ​ຄຳ​ເຫັນ​​ໂອ້​ລົມຕໍ່​ພິທີ ຊຶ່ງ​ທ່ານ​ໄດ້​ເນັ້ນໜັກ​ໃຫ້ທັງ​ສອງ​ຝ່າຍຍຶດຖື ​ແລະ ​ເຄົາລົບ​ຕໍ່​ບົດ​ບັນທຶກ​ດັ່ງ​ກ່າວ ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ ​ໃນ​ການຈັດ​ຕັ້ງ​ປະຕິບັດວຽກງານຕ່າງໆທີ່​ໄດ້​ເຊັນ​ຮ່ວມ​ກັນ ​ໃຫ້​ປາກົດ​ຜົນ​ເປັນ​ຈິງ ​ແລະ ດຳ​ເນີນ​ໄປ​ຢ່າງ​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ.

ຂຽນຂ່າວ: ອ່ອນ​ຄຳ ພາບ​: ສົມ​ຫັວງ