ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ

        ໃນຕອນ​ເຊົ້າຂອງວັນທີ 26 ມີນາ 2018 ທີ່ກະຊວງຍຸຕິທຳ ທ່ານ ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ​ເຈີນ ຕຽນຢຸງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສສ ຫວຽດນາມ  ພ້ອມ​ດ້ວຍ​ຄະນະ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຮ່ວມ​ກັບ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ຂອງ ສປປ ລາວ.

​        ໃນ​ໂອກາດ​ດັ່ງກ່າວ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ພ້ອມດ້ວຍຄະນະກໍ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາ​ຢ້ຽມຢາມ ​ຂອງທ່ານ ​ເຈີນ ຕຽນຢຸງ  ພ້ອມ​ດ້ວຍ​ຄະນະ ​ໃນ​ຄັ້ງ​ນີ້ ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າ​ໃນ​ການ​ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ​, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮວ່ມມື​ຮອບດ້ານລະຫວ່າງ​ສອງ​ຊາດ ລາວ-ຫວຽດນາມ ​ກໍ​ຄືກະຊວງ​ຍຸຕິ​ທຳ ຂອງ ສປປ ລາວ ກັບ ກະຊວງ​ຍຸຕິ​ທຳ​ ຂອງ ສສ ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂື້ນ​ໄປ​ເລື້ອຍໆ.

        ຊຶ່ງ​ຈຸດປະສົງຂອງ​ການ​ເຂົ້າ​ຢ້ຽມຂ່ຳນັບ​ ຂອງ​ທ່ານ ​ເຈີ​ນ ຕຽນຢຸງ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ປຶກສາ​ຫາລື ​ໃນ​ການ​ເປີດ​ໂຄງການ​ຊ່ວຍ​ໜູນສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດຂອງ ສປປ ລາວ ​ໂດຍ​ພາຍ​ໃຕ້​ທຶນ​ຂອງ​ລັດຖະບານຂອງ ສສ ຫວຽດນາມ​ ຊຶ່ງ​ໂຄງການ​ດັ່ງກ່າວ​ແມ່ນ​ຈະ​​ເນັ້ນ​ໃນ​ການ​ສ້າງຫຼັກສູດ, ຕຳລາ​ການ​ຮຽນການ​ສອນ ​ແລະ ຝຶກ​ອົບຮົມວິຊາ​ຊີບ ​ເພື່ອ​ເພີ່ມ​ທະວີ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ຄູ-ອາຈານ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ແລະ ພະນັກງານ​ຂອງ​ຂົງ​ເຂດ​ຍຸຕິ​ທຳ​ຂອງ ສປປ ລາວ

     ​   ​ໃນ​ໂອກາດ​ດັ່ງກ່າວ ທ່ານ ​ເຈີ​ນ ຕຽນຢຸງ  ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ອຳນວຍ​ຄວາມ​ສະດວກ​ໃນ​ການ​ເຂົ້າ​ຢ້ຽມຢາມ​ໃນ​ຄັ້ງ​ນີ້.  

ຂ່າວ: ອອ່ນຄຳ ພາບ: ສຸກ​ສາຄອນ