ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບ ເອກອັກຄະລັດຖະທູດ ຣາຊະອານາຈັກໄທ ແລະ ເອກອັກຄະລັດຖະທູດ ສາທາລະນະລັດ ອິນໂດເນເຊຍ ຄົນໃໝ່ ປະຈຳ ສປປ ລາວ

    ໃນຕອນ​ບ່າຍຂອງວັນທີ 21 ມິຖຸນາ 2018 ທີ່ຫ້ອງ​ຮັບ​ແຂກ​ ຂອງກະຊວງຍຸຕິທຳ ທ່ານ ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ກຽດຕິ​ຄຸນ ຊາດ​ປະ​ເສີນ ​ເອກ​ອັກຄະ​ລັດຖະທູດຣາຊະ​ອານາຈັກ​ໄທ​ ພ້ອມ​ດ້ວຍ​ຄະນະ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານໄດ້​ມາ​ດຳລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກຄະ​ລັດຖະທູດ​​​ໄທ ຄົນ​ໃໝ່ ປະຈຳ ສປປ ລາວ.

    ທັງສອງຝ່າຍ ກໍ່ໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຍຸຕິທຳໃຫ້ກັນ  ໄດ້ຮັບຊາບ  ​ພ້ອມ​ທັງປຶກສາ​ຫາລື​ວຽກງານ​ການ​ປະສານ​ສົມທົບ ​ແລະ ການ​ພົວພັນ​ຮວ່ມມື​ຊວ່ຍ​ເຫຼືອ​ເຊິ່ງກັນ ​ແລະ ​ກັນ​ ​​ໃນ​​ຕໍ່ໜ້າ.

​ແລະ ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວກັນ​ ທ່ານ ​ໄຊ​ສີ ສັນ​ຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ກໍໄດ້​​ໃຫ້ການຕ້ອນຮັບ​ການ​ເຂົ້າ​ຢ້ຽມຂ່ຳນັບ​ຂອງ​ທ່ານ  ​ເອກ​ອັກຄະ​ລັດຖະທູດ​ສາທາລະນະ​ລັດ​ອິນ​ໂດ​ເນ​ເຊຍ ພ້ອມ​ດ້ວຍ​ຄະນະ, ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານໄດ້​ມາ​ດຳລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກຄະ​ລັດຖະທູດ​​​ອິນ​ໂດ​ເນ​ເຊຍ ຄົນ​ໃໝ່ ປະຈຳ ສປປ ລາວ, ​ໃນ​ໂອກາດ​ດັ່ງກ່າວ ທ່ານ ​ໄຊ​ສີ ສັນ​ຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ເຂົ້າ​ຢ້ຽມຢາມ​ໃນ​ຄັ້ງ​ນີ້  ຊຶ່ງ​​ໃນ​ໄລຍະ​ຜ່ານ​ມາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຍຸຕິ​ທໍາ ​ແລະ ກົດໝາຍ ​ເຫັນ​ວ່າທັງ​ສອງ​ປະ​ເທດ​ຍັງ​ບໍ່​ທັນມີ​ການ​ເຄື່ອນ​ໄຫວ ​ແລະ ຈັດ​ຕັ້ງ​ປະຕິບັດ​ຮ່ວມ​ກັນ​ໃນ​ກອບ​ສອງ​ຝ່າຍ ​ແຕ່​ຈະ​ມີ​ໃນ​ກອບ​ການ​ຮ່ວມ​ມື​ອາຊຽນທີ່​ກະຊວງ​ຍຸຕິ​ທຳ ຂອງ ສປປ ລາວ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຈົ້າໜ້າທີ່​ອາວຸດ​ໂສ​ກົດໝາຍອາຊຽນ ຄັ້ງທີ 16 ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ກົດໝາຍອາຊຽນ ຄັ້ງ​ທີ 9 ທີ່​ປະ​ເທດ​ອິນ​ໂດ​ເນ​ເຊຍ​ເປັນ​ເຈົ້າພາບ ​ພ້ອມ​ນັ້ນທັງ​ສອງ​ຝ່າຍ​ໄດ້ປຶ​ກສາ​ຫາລື​ການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນຕໍ່ໜ້າ​​ ​ໂດຍ​ສະ​ເພາະໃນ​ຂົງ​ເຂດ​ຍຸຕິ​ທຳ ​ແລະ ກົດໝາຍ ໃຫ້​ນັບ​ມື້​ນັບ​ກວ້າງຂວາງຂຶ້ນ​ຕື່ມ.   

ຂ່າວ: ອອ່ນຄຳ ພາບ: ສົມ​ຫວັງ