Submitted by xaiyphimphone on
ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2017 ທີ່ກະຊວງຍຸຕິທຳ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອາເລັກຊານເດີ ອາວີຊູ ຮອງຜູ້ຊວ່ຍລັດຖະມົນຕີ ຫ້ອງການຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍສາກົນ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ພ້ອມດ້ວຍຄະນະ ເນື່ອງໂອກາດທີ່ເດີນທາງມາຢຽ້ມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສ ປປ ລາວ ລະຫວ່າງວັນທີ່ 24-25 ພຶດສະພາ 2017 ທີ່ຜ່ານມາ.
ພ້ອມດຽວກັນນັ້ນ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ພ້ອມດ້ວຍຄະນະກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງທ່ານ ອາເລັກຊານເດີ ອາວີຊູ ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.
ຈາກນັ້ນ ທັງສອງຝ່າຍ ກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຍຸຕິທຳ ໃຫ້ກັນ ແລະ ກັນໄດ້ຮັບຊາບ ໂດຍສະເພາະ ໄດ້ທົບທວນຄືນການພົວພັນຮວ່ມມືໃນລະຍະຜ່ານມາ ແລະ ປຶກສາຫາລືການພົວພັນຮວ່ມມືຊວ່ຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ທ່ານ ອາເລັກຊານເດີ ອາວີຊູ ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ຮອງລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ທຸກດ້ານ ໃນການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.
ຂຽນຂ່າວ ອອ່ນຄຳ, ຖ່າຍພາບ: ສຸກສາຄອນ
ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ