ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ເຂົ້າຮ່ວມປິດຊຸດຮຽນກົດໝາຍຊັ້ນຕົ້ນ ຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ

  

ວັນທີ 29-31/3/2016

ວັນທີ 29/3/2016 ທີ່ຜ່ານມາ ຢູ່ທີ່ໂຮງຮຽນບ້ານສະຄຶນ, ເມືອງ ຈຳພອນ ແຂວງ ສະຫັວນນະເຂດ ໄດ້ມີພິທີປິດຊຸດຮຽນກົດໝາຍຊັ້ນຕົ້ນ ຊຸດທີ VI ໂດຍການເປັນປະທານຂອງ ທ່ານ ສີສຸວັນ ສຸວັນນະສານ ກຳມະການປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ ພ້ອມທັງເປັນຜູ່ຊີ້ນຳການຮຽນ-ການສອນ.

ເຂົ້າຮ່ວມເປັນກຽດໃນພິທີປິດຊຸດຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ ມີ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ຮັກສາການຫົວໜ້າພະແນກຍຸຕິທຳແຂວງ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຕາງໜ້າຫ້ອງການຕ່າງໆອ້ອມຂ້າງເມືອງ ແລະ ນັກຮຽນກົດໝາຍຊັ້ນຕົ້ນເຂົ້າຮ່ວມ ຈຳນວນ 150 ຄົນ ຍິງ 35 ຄົນ.

ໃນພິທີຄະນະຈັດຕັ້ງ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າເມືອງໆ ຈຳພອນ ວ່າດ້ວຍການອະນຸມັດປິດການຮຽນການສອນກົດໝາຍຊັ້ນຕົ້ນສົກປີ 2015-2016, ຫລັງຈາກນັ້ນ, ຫົວໜ້າຫ້ອງການຍຸຕິທຳເມືອງ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນ ແລະ ທິດທາງ ໃນການເຄື່ອນໄຫວວຽກງານດັ່ງກ່າວໃນ ຕໍ່ໜ້າ ແລະ ຜ່ານຂໍ້ຕົກລົງຂອງ ສະຖາບັນຍຸຕິທຳແຫ່ງຊາດ ວ່າດ້ວຍ ການອອກປະກາສະນີຍະບັດໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນ ຈຳນວນ 106 ຄົນ, ຍິງ 8 ຄົນ.

ພາຍຫຼັງສຳເລັດການມອບປະກາສະນີຍະບັດໃຫ້ແກ່ຜູ່ສຳເລັດການຮຽນແລ້ວ ຍັງມີການມອບໃບຍ້ອງຍໍໃຫ້ແກ່ນັກຮຽນທີ່ຮຽນດີ-ຮຽນເກັ່ງ ແລະ ປະຕິບັດລະບຽບວິໃນຢ່າງເຂັ້ມງວດ.

ຕອນທ້າຍຂອງພິທີ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ກໍໄດ້ໂອ້ລົມນັກຮຽນທີ່ໄດ້ສຳເລັດການຮຽນກົດໝາຍຊັ້ນຕົ້ນ ແລະ ເນັ້ນໜັກໃຫ້ນັກຮຽນແຕ່ລະຄົນ ນຳເອົາຄວາມຮູ້ທີ່ໄດ້ຮັບຈາກການຮຽນໃນຄັ້ງນີ້ໄປໜູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ສືບຕໍ່ ເຮັດໜ້າທີ່ໂຄສະນາເຜີຍແຜ່ເນື້ອໃນຈິດໃຈຂອງກົດໝາຍໃຫ້ແກ່ສະມາຊີກພາຍໃນຄອບຄົວ ແລະ ບຸກຄົນອື່ນໆໄດ້ຮັບຮູ້ ເຂົ້າໃຈ ແລະ ພ້ອມກັນເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດກົດໝາຍ ຢ່າງເຂັ້ມງວດ; ຫຼັງຈາກສຳເລັດພິທີປິດຊຸດຮຽນແລ້ວ ຍັງມີພິທີຈັດພາເຂົ້າສາມັກຄີ ເພື່ອສະເຫຼີມສະ ຫຼອງພິທີປິດຊຸດຮຽນ ພ້ອມທັງ ບາສີສູ່ຂວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພສ 2559. ຕໍ່ມາວັນທີ 30 ມີນາ 2016 ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີປິດຊຸດຮຽນກົດໝາຍຊັ້ນຕົ້ນ ຢູ່ທີ່ ເມືອງ ປາກເຊ ແຂວງ ຈຳປາສັກຕີ່ມອີກ.