ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເລວັນຕິງ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງຮ່າໂນ້ຍ

     ໃນຕອນບ່າຍຂອງວັນທີ 17 ກໍລະກົດ 2017 ທີ່ກະຊວງຍຸຕິທຳ ທ່ານ ບຸນ​ສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເລວັນ​ຕິງ ຮອງ​ຫົວໜ້າພະ

​ແນ​ກຍຸຕິ​ທຳ ​ນະຄອນຫຼວງຮ່າ​ໂນ້ຍ ​ແຫ່ງ ສສ ຫວຽດນາມ   ພ້ອ​ມດ້ວຍ​ຄະນະ. ​ເນື່ອງ​​ໂອກາດທີ່​ເດີນທາງ​ມາ​ຢຽ້ມຢາມ ​ແລະ ​ເຮັດ​ວຽກຮ່ວມ​ກັບ​ພະ​ແນ​ກຍຸຕິ​ທຳ​ຍຸຕິ​ທຳ ນະຄອນຫຼວງວຽງຈັນ.

     ພ້ອມດຽວກັນນັ້ນ ທ່ານ ບຸນ​ສະຫວາດ ບຸບຜາ  ຮອງລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ​ເລ​ວັນ​ຕິງ ພ້ອມ​ດ້ວຍ​ຄະນະ ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ​ສອງ​ຊາດ​ລາວ​ຫວຽດນາມ ​ໃຫ້ໝັ້ນຄົງ​ທະນົງ​ແກ່ນ ຕະຫຼອດກາລະ​ນານ.

     ຈາກນັ້ນ ທັງສອງຝ່າຍ ກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຍຸຕິທຳໃຫ້ກັນ ແລະ ກັນຮັບຊາບ ໂດຍສະເພາະ ປຶກສາ​ຫາລື​ກ່ຽວກັບການ​ພົວພັນ​ຮວ່ມມື​ຊວ່ຍ​ເຫຼືອ​ເຊິ່ງກັນ ​ແລະ ​ກັນ ​ລະຫວ່າງ​ພະ​ແນ​ກຍຸຕິ​ທຳ ​ນະຄອນຫຼວງຮ່າ​ໂນ້ຍ ​ແຫ່ງ ສສ ຫວຽດນາມ ກັບ​ພະ​ແນ​ກຍຸຕິ​ທຳ​ນະຄອນ  ຫຼວງວຽງຈັນ ສປປ ລາວ ໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

     ຈາກ​ນັ້ນ ທ່ານ ​ເລ​ວັນ​ຕິງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ສ ປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ທຸກດ້ານໃນການເຄື່ອນໄຫວ ເຮັດວຽກຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້​​​.

ຂຽນຂ່າວ: ອອ່ນຄຳ, ຖ່າຍພາບໂດຍ: ສົມ​ຫວັງ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ