ປາຖະກະຖາວັນສ້າງຕັ້ງກໍາມະບານລາວ ຄົບຮອບ 61 ປີ

     ກະຊວງ​ຍຸຕິ​ທໍາ ຈັດປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະບານລາວ ຄົບຮອບ 61 ປີ (1/2/1956-1/2/2017) ຂຶ້ນໃນວັນທີ 9 ກຸມພາ 2017 ​ໃຫ້ກຽດປາຖະກະຖາໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະ ມົນຕີກະຊວງຍຸຕິທໍາ ມີປະທານ, ຮອງປະທານກໍາມະບານ ກະຊວງຍຸຕິທໍາ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສູນ, ຫົວໜ້າສະຖາບັນ ແລະ ສະມາຊິກກໍາມະບານເຂົ້າຮ່ວມຢ່າງພ້ອມພຽງ.

     ໂອກາດນີ້ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນສໍາຄັນ​ດັ່ງກ່າວ ​ແລະ ຍົກ​ໃຫ້​ເຫັນ​ບາງ​ຕອນ​ສໍາຄັນ​ວ່າ ພາຍ​ຫຼັງ​ທີ່​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ ​ແລະ ສະຖາປະນາ ສປປ ລາວ ​ໃນ​ວັນ​ທີ 2 ທັນວາ 1975 ​ເປັນ​ຕົ້ນ​ມາ ສະຫະພັນ​ກໍາມະບານ​ລາວ​ ທີ່​ເປັນ​ອົງການ​ຕາງໜ້າ​ໃຫ້​ແກ່ຊົນ​ຊັ້ນ​ກໍາມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ ໄດ້​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໂດຍ​ສະ​ເພາະ ​ແມ່ນ​ລະຍະ​ປ່ຽນ​ແປງ​ໃໝ່​ຮອບດ້ານ​ຢ່າງ​ມີ​ຫຼັກການ​ຂອງ​ພັກ, ສະຫະພັນ​ກໍາມະບານ ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ໃນ​ການ​ສຶກສາ​ອົບຮົມ​ການ​ເມືອງ​-ແນວ​ຄິດ​ໃຫ້​ແກ່​ສະມາຊິກ​ກໍາມະບານ, ກໍາມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ບັນດາ​ເຜົ່າ​ທຸກ​ຊັ້ນ​ຄົນ​ໃນ​ສັງຄົມ.

     ທັງ​ນີ້​ ເພື່​ອ​ເຮັດ​ໃຫ້​ສະມາຊິກກໍາມະບານ ​ເຫັນ​ໄດ້​ມູນ​ເຊື້ອ​ປະຫວັດ​ຄວາມ​ເປັນ​ມາ​ແຫ່ງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ວັນ​ສ້າງ​ຕັ້ງ​ກໍາມະບານ​ລາວ​ ຕະຫຼອດ​ລະຍະ 61 ປີຜ່ານມາ ແລະ ເປັນການປູກຈິດສໍານຶກໃຫ້ແກ່ສະມາ ຊິກກໍາມະບານ ໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນວັນສໍາຄັນດັ່ງກ່າວຢ່າງເລິກເຊິ່ງ ເພື່ອນໍາໄປຜັນຂະຫຍາຍເຂົ້າໃນວຽກງານ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດ.

ຂ່າວ: ໄຊຍະສິດ     ພາບ: ສຸກສາຄອນ