ພິທີປະກາດສ້າງຕັ້ງວາລະສານທະນາຍຄວາມລາວ

     ໃນຕອນບ່າຍຂອງວັນທີ 15 ສິງຫາ 2016 ຢູ່ທີ່ຫ້ອງປະຊຸມສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ຈັດພິທີຖະແຫຼ່ງຂ່າວຂຶ້ນເພື່ອສ້າງຕັ້ງວາລະ ສານທະນາຍຄວາມລາວ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ຜູ້ຊີ້ນຳວຽກງານ ສະພາທະນາຍຄວາມ, ທ່ານ ຄໍາໃສ ສຸລິນທອນ ປະທານສະພາທະນາຍຄວາມລາວ, ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນ ຊົນ, ກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ມີບັນດາທ່ານທະນາຍຄວາມ ແລະ ສື່ມວນຊົນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

     ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ ໄດ້ໃຫ້ຮູ້ວ່າຄະນະບໍລິຫານງານສະພາທະນາຍຄວາມຊຸດທີ VII ໄດ້ປະຕິບັດຕາມແຜນ ຍຸດທະສາດ 5 ປີ 2016-2020 ຂອງສະພາທະນາຍຄວາມ ທີ່ໄດ້ຖືກຮັບຮອງເອົາໂດຍກອງປະຊຸມໃຫຍ່ ທະນາຍຄວາມລາວທົ່ວປະເທດ ໂດຍໄດ້ກຳ ນົດເອົາວັນທີ 15 ສິງຫາ 2016 ໃຫ້ເປັນວັນສ້າງຕັ້ງວາລະສານທະນາຍຄວາມລາວ.

     ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ທັງເປັນຜູ່ຊີ້ນຳວຽກງານ ສະພາທະນາຍ ຄວາມໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ປະ ທານສະພາທະນາຍຄວາມພ້ອມດ້ວຍຄະນະ ແລະ ທະນາຍຄວາມລາວໃນຂອບເຂດທົ່ວປະເທດ ທີ່ໄດ້ຈັດພິມວາລະສານທະນາຍຄວາມ ລາວ ສະບັບ ປະຖົມມະເລຶກ ແລະ ທ່ານຍັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວາລະສານທະນາຍຄວາມລາວ, ຈາກນັ້ນ ທ່ານ ປິ່ນປາດຖະ ໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ, ກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ປະກາດການສ້າງຕັ້ງຂອງວາລະສານທະນາຍຄວາມລາວ ຂຶ້ນຢ່າງເປັນທາງການ.

ຂ່າວໂດຍ: ສີທົນ ສີສະຫວາດ,  ພາບ: ຈັນທະວີສຸກ