ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023

      ໃນຕອນເຊົ້າວັນທີ 21 ມີນາ 2024 ຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງຍຸຕິທຳ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22/3/1955-22/3/ 2024), ວັນເສຍອົງຄະ ແລະ ເສຍສະຫຼະເພື່ອປະເທດຊາດ ຄົບຮອບ 78 ປີ (21.3.1946-21.3.2024) ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕິທຳ, ມີ ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານ, ບັນດາເລຂາໜ່ວຍພັກ, ສະມາຊິກພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

        ໃນພິທີ ສະຫາຍ ໄພວີ ສີບົວລິພາ ກໍໄດ້ໃຫ້ກຽດຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ. ຊຶ່ງສະຫາຍໄດ້ຫວນຄືນ ແລະ ໄດ້ກ່າວວ່າ ພັກປະຊາຊົນ ປະຕິວັດລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955, ພັກ ແມ່ນອົງການຈັດຕັ້ງເສນາທິການທາງດ້ານການເມືອງ, ເປັນກອງນຳໜ້າ ແລະ ເປັນຕົວແຫ່ງສິດຜົນປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າ ເຮັດສຳເລັດພາລະກິດປົດປ່ອຍຊາດ, ລົບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງກາດ ໃໝ່ໃຫ້ແກ່ປະເທດຊາດ. ພາຍຫຼັງໄດ້ຮັບປົດປ່ອຍຢ່າງສົມບູນ, ພັກກໍໄດ້ສືບຕໍ່ນຳພາປະຊາຊົນລາວບັນດາເຜົ່າ ປົກປັກຮັກສາເອກະລາດ ແລະ ກໍ່ສ້າງຊີວິດໃໝ່.

       ພັກປະຊາຊົນປະຕິວັດລາວ ເປັນຕົວແທນທີ່ຈົງຮັກພັກດີ ຕໍ່ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ຂອງຊາດລາວທັງໝົດ; ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເນັ້ນກ່ຽວກັບການເປັນຕົວແທນທີ່ຈົງຮັກພັກດີ ຕໍ່ປະໂຫຍດຂອງຊົນຊັ້ນກຳມະກອນ ເພື່ອສະແດງອອກໃຫ້ເຫັນທາດແທ້ ກໍຄືເຈດຈຳນົງອັນສູງສົ່ງ ຂອງພັກເຮົາ ເວລາໃດກໍຖືເປັນພັກຂອງຊົນຊັ້ນກຳມະກອນ, ເວລາໃດກໍຖືຜົນປະໂຫຍດຂອງຊາດເປັນກົກ ແລະ ເໝືອກວ່າຜົນປະໂຫຍດຂອງພັກເອງ, ຖືບັນຫາຊາດ ແລະ ຜົນປະໂຫຍດອັນສູງສົ່ງຂອງຊາດ. ພັກໄດ້ເສີມຂະຫຍາຍອຸດົມການໃຫ້ມີຄວາມສອດຄ່ອງຕື່ມອີກຄື: ສືບຕໍ່ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ນຳພາທົ່ວປວງຊົນລາວທັງຊາດ ປະຕິບັດປົກປັກຮັກສາປະເທດຊາດ ແລະ ໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງ; ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃຫ້ແກ່ການບູລະນະລະບອບປະຊາທິປະໄຕປະຊາຊົນລາວໃຫ້ກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

      ຈາກນັ້ນ, ໃນພິທີ ສະຫາຍ ເກດສະໜາ ພົມມະຈັນ ຄະນະປະຈຳ, ປະທານກວດກາ, ຮອງລັດຖະມົນຕີຊວງຍຸຕິທຳ ກໍໄດ້ໃຫ້ກຽດຫວນຄືນມູນເຊື້ອວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ (21 ມີນາ 1946-21 ມີນາ 2024) ຊຶ່ງສະຫາຍໄດ້ໃຫ້ຮູ້ວ່າ 21 ມີນາ ແມ່ນວັນໜຶ່ງທີ່ສຳຄັນໃນປະຫວັດສາດຂອງຊາດລາວເຮົາ; ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ ໂດຍສະເພາະຢູ່ເມືອງທ່າແຂກ ແລະ ພະນັກນັກງານນັກຮົບຂອງພວກເຮົາ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາພວກເຮົາຈຶ່ງພ້ອມກັນລະນຶກວັນທີ 21 ມີນາ 1964 ຈຶ່ງເປັນວັນແຫ່ງຄວາມຄຽດແຄ້ນສັດຕູຜູ້ຮຸກຮານ.

        ຕອນທ້າຍພິທີ ສະຫາຍ ຄຳເສີດ ວິລະພັນ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳພັກກະຊວງຍຸຕິທຳ ສະບັບເລກທີ 18/ຄປຈ,ກຍ, ລົງວັນທີ 14 ມີນາ 2024 ວ່າດ້ວຍການຮັບຮອງຜົນການຕີລາຄາຄຸນນະພາບ, ຈັດແບ່ງປະເພດໜ່ວຍພັກ ແລະ ສະມາຊິກພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2023 ຊຶ່ງໃນນັ້ນ, ຮັບຮອງເອົາຜົນຂອງການຕີລາຄາຄຸນນະພາບ, ຈັດແບ່ງປະເພດໝ່ວຍພັກ ແລະ ສະມາຊິກພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2023 ມີ ດັ່ງນີ້: 1.) ປະເພດໜ່ວຍພັກແຂງ ມີ 12 ໜ່ວຍພັກ; 2.) ປະເພດໜ່ວຍພັກກາງ ມີ 2 ໜ່ວຍພັກ. ສໍາລັບປະເພດສະມາຊິກພັກ ແຂງ ມີ 248 ສະຫາຍ, ຍິງ 85 ສະຫາຍ; ສະມາຊິກພັກປະເພດກາງ ມີ 21 ສະຫາຍ, ຍິງ 8 ສະຫາຍ ແລະ ຜ່ານມະຕິຂອງຄະນະປະຈຳພັກກະຊວງຍຸຕິທຳ ສະບັບເລກທີ 04/ຄປຈ.ກຍ. ລົງວັນທີ 23 ກຸມພາ 2024 ວ່າດ້ວຍການອະນຸມັດມອບບັດສະມາຊິກພັກສົມບູນ ຊຸດທີ IX ຈຳນວນ 17 ສະຫາຍ, ຍິງ 6 ສະຫາຍ ແລະ ໃນໂອກາດນີ້ ສະຫາຍເລຂາຄະນະບໍລິຫານງານພັກກະຊວງ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ແລະ ມອບບັດສະມາຊິກພັກສົມບູນ ຊຸດທີ IX ພ້ອມທັງໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ເນັ້ນໜັກບາງບັນຫາດັ່ງນີ້: ໃຫ້ບັນດາໜ່ວຍພັກສືບຕໍ່ເອົາໃຈໃສ່ ໃນການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ຖືກຕ້ອງຕາມແບບແຜນ ຄຽງຄູ່ກັບ 5 ເນື້ອໃນ; ຍົກສູງຄວາມເປັນແບບຢ່າງ, ຄວາມຮັບຜິດຊອບໃນໜ້າທີ່ວຽກງານ ການເມືອງ-ແນວຄິດ, ນໍາພາສະມາຊິກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມອຸ່ນອ່ຽງ, ທຸ່ນທຽງ ເຊື່ອໜັ້ນຕໍ່ການນຳພາຂອງພັກ-ລັດ; ສືບຕໍ່ເພີ່ມທະວີໃນການນຳພາ-ການຄຸ້ມຄອງ ພະນັກງານຂອງບັນດາໜ່ວຍພັກໃຫ້ຫຼາຍຂຶ້ນກວ່າເກົ່າ; ເພີ່ມທະວີຄວາມເອົາໃຈໃສ່ ໃນການນຳພາອົງຈັດຕັ້ງມະຫາຊົນ ໃຫ້ອົງການຈັດຕັ້ງມະຫາຊົນເຮັດໜ້າທີ່ເປັນເສນາທິການໃຫ້ແກ່ການຈັດຕັ້ງ ກໍຄືກະຊວງຍຸຕິທຳ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ