ພິທີປາຖະກະຖາວັນສ້າງຕັ້ງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ

ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ຂຶ້ນ ໃນຕອນເຊົ້າຂອງວັນທີ 24 ເມສາ 2019 ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ເສີມສຸກ ສິມພະວົງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ທັງເປັນຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ຕ່າງໜ້າເລຂາໜ່ວຍພັກຫ້ອງການ, ເລຂາໜ່ວຍພັກກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ຕາງໜ້າສະຫະພັນກຳມະບານກະຊວງ, ຕ່າງໜ້າສະຫະພັນແມ່ຍິງກະຊວງ, ໜ່ວຍຊາວໜຸມກະຊວງ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ ຈຳນວນ 160 ສະຫາຍ, ຍິງ 68 ສະຫາຍ.

ສະຫາຍ ຄຳເສີດ ວິລະພັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ໄດ້ຂຶ້ນກ່າວຈຸດປະສົງ ແລະ ໃຫ້ຮູ້ເຖິງຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ແມ່ນອົງການຈັດຕັ້ງມະຫາຊົນ, ເຄື່ອນໄຫວພາຍໃຕ້ການຊີ້ນຳ-ນຳພາໂດຍກົງ ແລະ ຮອບດ້ານຈາກຄະນະພັກກະຊວງຍຸຕິທຳມີພາລະບົດບາດໃນສຶກສາອົບຮົມດ້ານຄຸນທາດການເມືອງ, ມູນເຊື້ອອັນດີງາມຂອງຊາດ, ເຕົ້າໂຮມຄວາມສາມັກຄີຊາວໜຸ່ມບັນດາເຜົ່າເປັນປຶກແຜ່ນແໜ້ນໜາ, ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວລາວບັນດາເຜົ່າ.

ຫຼັງຈາກນັ້ນ, ສະຫາຍ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ເລົ່າມູນເຊື້ອຕະຫຼອດໄລຍະຫຼາຍຮ້ອຍປີແຫ່ງການເຕົ້າໂຮມ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ ຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເສຍຊີວິດ, ເລືອດເນື້ອ ເພື່ອປົກປັກຮັກສາ ເອກະລາດ ແລະ ຜືນແຜ່ນດິນອັນແສນຮັກຂອງຕົນໄວ້. ຜ່ານຂະບວນດັ່ງກ່າວນັ້ນ ໄດ້ເກີດມີບັນພະບຸລຸດທີ່ມີຊື່ສຽງເຊັ່ນ: ເຈົ້າຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າໄຊເສດຖາ, ເຈົ້າສຸລິຍະວົງສາ, ເຈົ້າອານຸວົງ, ເຈົ້າສຸພານຸວົງ, ທ່ານ ໄກສອນ ພົມວິຫານ ແລະ ຜູ້ອື່ນໆ. ຊຶ່ງບັນພະບຸລຸດເລົ່ານັ້ນເຄີຍນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງພວກສັດຕູທາງນອກ, ໄດ້ນຳເອົາປະເທດຊາດຜ່ານຜ່າພະຍຸລົມແດງໃນແຕ່ລະຍຸກ ແຕ່ລະສະໄໝ ແລະ ສາມາດຮັກສາດິນແດນໄວ້ຢ່າງໜັ້ນຄົງ, ນ້ຳໃຈຮັກເຊື້ອແພງຊາດບໍ່ຍອມຈຳນົນຕໍ່ສັດຕູ ແລະ ນ້ຳໃຈເສຍສະຫຼະເລືອດເນື້ອອັນໜຸ່ມແໜ້ນເພື່ອປະເທດຊາດໄດ້ຖືກອົບຮົມບົ່ມສອນພວກເພິ່ນມາແຕ່ຍັງໜຸ່ມນ້ອຍ. ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜາມນາມໃຫ້ຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກຳປະຫວັດສາດທີ່ຈົ່ງຮັກພັກດີ ແລະ ໄດ້ຮັບການຜັນຂະຫຍາຍກາຍເປັນການປະຕິວັດມູນເຊື້ອຂອງຊາວໜຸ່ມທີ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນການເຮັດສຳເລັດພາລະກຳປະຫວັດສາດຂອງຕົນ ຄື: ປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ກ້າວເດີນຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ.

ຈາກນັ້ນ,ໃນຕອນທ້າຍພິທີ ທ່ານປະທານ ກໍໃຫ້ຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະເລຂາບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ບັນຫາຕົ້ນຕໍຄື:
1.) ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກທຸກຄົນ ທີ່ຢູ່ຖັນແຖວຊາວໜຸ່ມ; 
2.) ເອົາໃຈໃສ່ປຸກລະດົມເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ພາຍໃຕ້ການນຳພາຂອງພັກ ຢ່າງເປັນເອກະພາບ; 
3.) ເອົາໃຈໃສ່ຊີ້ນຳ-ນຳພາອົງການຈັດຕັ້ງຊາວໜຸ່ມ ແລະ ເຍົາວະຊົນ ມີການເຄື່ອນໄຫວວຽກງານຂະບວນການຂອງອົງການຈັດຕັ້ງມະຫາຊົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
4.) ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຊາວໜຸ່ມ ແລະ ເຍົາວະຊົນ;
5.) ເອົາໃຈໃສ່ປຸກລະດົມຊາວໜຸ່ມ ແລະ ເຍົາວະຊົນ ປົກປັກຮັກສາ ມູນເຊື້ອ ແລະ ວັດທະນາທຳ ຮີດຄອງປະເພນີອັນດີງາມຂອງຊາດ, ມີຈັນຍາບັນ ແລະ ຈັນຍາທຳຕໍ່ວິຊາຊີບຂອງຕົນ.

ຂ່າວ-ພາບ: ບຸນຖອມ ພະສະແຫວງ