ພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 114 ປີ

ພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 114 ປີ

 

      ໃນຕອນເຊົ້າຂອງວັນທີ 7 ມີນາ 2024 ສະຫະພັນແມ່ຍິງກະຊວງ ຍຸຕິທໍາ ຈັດພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ພາຍໃຕ້ຫົວຂໍ້ “ລົງທຶນໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ 8 ມີນາ 2024” ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ; ມີ ສະຫາຍ ນາງ ດວງມະນີ ລາວມາວ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງຍຸຕິທຳ; ສາມອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍພະນັກງານ-ລັດຖະກອນກະຊວງຍຸຕິທຳເຂົ້າຮ່ວມ.

      ໃນພິທີ ສະຫາຍ ນາງ ດວງມະນີ ລາວມາວ ໄດ້ໃຫ້ກຽດປາຖະກະຖາຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ຊຶ່ງເປັນການລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອທວງເອົາສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ແລະ ເປັນວັນທີ່ສຳເລັດໃນການທວງເອົາສິດສະເໝີພາບ ຍິງ-ຊາຍ ໃຫ້ແກ່ແມ່ຍິງໃນທົ່ວໂລກ.

      ຕອນທ້າຍພິທີ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມ ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງຍຸຕິທຳ ທີ່ໄດ້ເອົາໃຈໃສ່ຈັດຕັ້ງພິທີຫວນຄືນມູນເຊື້ອຂອງວັນແມ່ຍິງສາກົນ ແລະ ຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ສືບຕໍ່ຮັກສາມູນເຊື້ອຜົນງານທີ່ສະຫະພັນແມ່ຍິງກະຊວງຍຸຕິທຳຍາດມາໄດ້, ເສີມຂະຫຍາຍໃຫ້ໄດ້ດີ ກວ່າເກົ່າໃນປີຕໍ່ໜ້າ; ທ່ານຍັງໄດ້ເນັ້ນບາງບັນຫາສຳຄັນ ເປັນຕົ້ນແມ່ນ ຄະນະສະຫະພັນແມ່ຍິງກະຊວງຕ້ອງຍົກສູງການນຳພາແນວຄິດ, ເປັນເຈົ້າການໃນການຕິດຕາມສະພາບແນວຄິດ, ສະພາບການເຄື່ອນໄຫວຂອງສະມາຊິກແມ່ຍິງຂອງກະຊວງຍຸຕິທຳ; ສືບຕໍ່ເຊື່ອມຊຶມກຳແໜ້ນນະໂຍບາຍຂອງພັກ ເພື່ອໃຫ້ເຄື່ອນໄຫວໄດ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະ; ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດພາລະບົດບາດຂອງສະຫະພັນແມ່ຍິງ ກະຊວງ ເພື່ອຜັນຂະຫຍາຍໃຫ້ເປັນວຽກຈຸດສຸມຂອງຂະແໜງຍຸຕິທຳໃຫ້ເປັນຂະບວນຟົດຟື້ນ; ເປັນເຈົ້າການໃນການເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງທີ່ຕິດພັນກັບເພດຍິງຢ່າງເດັດຂາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ; ເພີ່ມທະວີຄວາມສາມັກຄີ, ການປະສານງານ ຮ່ວມກັບອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມກົມກຽວກວ່າເກົ່າ; ເອົາໃຈໃສ່ໃນການຍົກລະດັບຄວາມຮູ້ ຄວາມສາມາດ ເພື່ອພັດທະນາຕົນເອງຮອບດ້ານ ເພື່ອໃຫ້ກ້າສະແດງອອກ, ກ້າປະກອບຄຳເຫັນໃນເວທີກອງປະຊຸມສຳມະນາຕ່າງໆ; ຄົ້ນຄວ້າປັບປຸງຄືນແບບແຜນວິທີນຳພາຂອງສະຫະພັນແມ່ຍິງກະຊວງຍຸຕິທຳ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມພາລະບົດບາດຂອງຕົນ.

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ