ພິທີປິດການຮຽນ-ການສອນຫຼັກສູດບຳລຸງກົດໝາຍ 45 ວັນ ໃຫ້ແກ້ພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ-ຂັ້ນເມືອງຊຸດທີ 5 ປະຈຳສົກປີ 2015-2016 ຂອງແຂວງຜົ້ງສາລີ

     ໃນຕອນບາຍຂອງວັນທີ 8 ທັນວາ 2016 ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງແຂວງໆຜົ້ງສາລີ ໄດ້ປິດການຮຽນ-ການສອນໂຄງການບຳລຸງກົດໝາຍໄລຍະສັ້ນ 45 ວັນຂອງພະແນກຍຸຕິທຳແຂວງຜົ້ງສາລີ, ໂດຍພາຍໃຕ້ການເປັນ ທານຂອງ ທ່ານ ໄຊສີ ສັນຕິວົງ, ກຳມະການສູນພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແພງ ລີລາວົງ, ຮອງເລຂາຄະນະພັກ, ຮອງເຈົ້າແຂວງໆຜົ້ງສາລີ, ມີຄະນະປະຈຳພັກແຂວງ, ກຳມະການພັກ ແຂວງ, ຫົວໜ້າພະແນກ, ຮອງພະແນກ, ວິທະຍາກອນ ແລະ ສຳມະນາກອນ, ພະແນກການອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 19 ທ່ານ.

     ໃນພິທີ ທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທຳແຂວງໄດ້ຂຶ້ນກ້າວບົດສະຫຼຸບລາຍງານວຽກງານການຈັດຕັ້ງປະຕິບັດໂຄງການບຳບຸງກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ້ພະນັກງານຫຼັກແຫຼ່ງຂັ້ນແຂວງ-ຂັ້ນເມືອງ ຊຸດທີ 5 ປະຈຳ ສົກປິ 2015-2016  ໂດຍປະຕິບັດຕາມຄຳແນະນໍາຂອງລັດຖະມົນຕີກະຊວງຍຸຕິທຳ, ສະບັບເລກທີ 1039 / ກຍ ລົງວັນທີ 04 ທັນວາ 2015  ວ່າດ້ວຍການຈັ້ງຕັ້ງປະຕິບັດວຽກງານ 3 ສ້າງ  ແລະ ຍຸຕິທຳຫາກຖານ, ອີງຕາມຂໍ້ຕົກລົງຂອງທ່ານ ເຈົ້າແຂວໆຜົ້ງສາລີ ສະບັບເລກທີ 1212/ຈຂ,ຜລ, ລົງວັນທີ 16 ກັນຍາ 2016 ວ່າດ້ວຍການແຕ່ງຕັ້ງນັກສຳມະນາກອນເຂົ້່າບຳລຸງກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ 5 ຂອງແຂວງຜົ້ງສາລີ, ຊຶ່ງຫຼັກສູດການຮຽນ-ການສອນຄັ້ງນີ້ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົວໂມງ, ມີຜູ້ເຂົ້າຮ່ວມຈຳນວນ 50 ຄົນ, ຍິງ 19 ຄົນ ຊຶ່ມາຈາກພະແນກການອ້ອມຂ້າງເຂົ້າຮ່ວມໃນຄັ້ງນີ້.  ຜ່ານການຝຶກອົບຮົບສາມາດຕີລາຄາ ແລະ ຈັດປະເພດໄດ້ ດັ່ງນີ້ : 1. ປະເພດດີເລີດ 45 ສະຫາຍ, ຍິງ 17 ສະຫາຍ, 2. ປະເພດດີ 5 ສະຫາຍ, ຍິງ 2 ສະຫາຍ.

     ຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດທີ່ຄະນະພັກ-ຄະນະນຳແຂວງຜົ້ງສາລີ ຕະຫຼອດຮອດນັກວິທະຍາກອນ ແລະ ນັກສຳມະນາກອນ ທີ່ໄດ້ສຳເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ  ແລະ ໄດ້ເນັ້ນໜັກໃຫ້ນັກສຳມະນາກອນຈົງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດ, ເນື້ອໃນຈິດໃຈຂອງກົດໝາຍທີ່ຕົນໄດ້ຝຶກອົບຮົມມານັ້ນໄປຈັດຕັ້ງປະຕິບັດ ເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປາກົດຜົນເປັນຈິງ.