ພິທີປິດການຮຽນ-ການສອນຫຼັກສູດບໍາລຸງກົດໝາຍ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງຈໍາປາສັກ-ຂັ້ນເມືອງ ຊຸດທີ VI ປະຈໍາປີ 2017

     ໃນຕອນບ່າຍຂອງວັນທີ 11 ພຶດສະພາ 2017 ຢູ່ທີ່ພະແນກຍຸຕິທໍາຂອງແຂວງຈໍາປາສັກ ໄດ້ປິດການຮຽນ-ການສອນໂຄງການຝຶກອົບຮົມຍົກລະດັບກົດໝາຍ ລະຍະສັ້ນ 45 ວັນຂອງພະແນກຍຸຕິທໍາແຂວງ ຈໍາປາສັກ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ ເລ ຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທໍາ, ມີທ່ານ ບຸນເລີດ ວໍລະຈິດ ກໍາມະການພັກແຂວງ ຫົວໜ້າພະແນກຍຸ ຕິທໍາແຂວງຈໍາປາສັກ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກ-ຮອງພະແນກ, ວິທະຍາກອນ ແລະ ສໍາມະນາກອນ, ພະແນກການອ້ອມຂ້າງແຂວງທັງໝົດ 59 ທ່ານ, ຍິງ 7 ທ່ານ.

     ໃນພິທີ ທ່ານ ບຸນເລີດ ວໍລະຈິດ ຫົວໜ້າພະແນກຍຸຕິທໍາແຂວງຈໍາປາສັກ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານວຽກງານການຈັດຕັ້ງປະຕິບັດໂຄງການຝຶກອົບຮົມຍົກລະດັບກົດໝາຍ ລະຍະສັ້ນ 45 ວັນ ໃຫ້ແກ່ພະ ນັກງານຫັກແຫຼ່ງຂັ້ນແຂວງ-ຂັ້ນເມືອງ ຊຸດທີ 6 ປະຈໍາປີ 2017 ໂດຍປະຕິບັດຕາມຄໍແນະນໍາຂອງລັດຖະມົນຕີກະຊວງຍຸຕິທໍາ ສະບັບເລກທີ 1123/ກຍ, ລົງວັນທີ 05 ທັນວາ 2017 ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຍຸຕິທໍາຮາກຖານ ແລະ ວຽກງານສາມສ້າງ ປະຈໍາປີ 2017, ອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆຈໍາປາສັກ ເລກທີ 060/ຈຂ.ຈສ, ລົງວັນທີ 20 ມັງກອນ 2017 ວ່າດ້ວຍການແຕ່ງຕັ້ງນັກສໍາມະນາ ກອນເຂົ້າບໍາລຸງກົດໝາຍ ລະຍະສັ້ນ ຊຸດທີ 6 ແຂວງ ຈໍາປາສັກ ຊຶ່ງຫຼັກສູດການຮຽນ-ການສອນຄັ້ງນີ້ ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ມີຜູ້ເຂົ້າຮ່ວມຈໍານວນ 59 ທ່ານ, ຍິງ 7 ທ່ານ ຊຶ່ງມາຈາກ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມໃນຄັ້ງນີ້. ຜ່ານການຝຶກອົບຮົມສາມາດຕີລາຄາ ແລະ ຈັດປະເພດໄດ້ ດັ່ງນີ້: 1. ປະເພດດີເລີດ 54, ຍິງ 7 ທ່ານ, 2. ປະເພດດີ 5 ທ່ານ.

     ຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນ ຕີກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດທີ່ຄະນະພັກ-ຄະນະນໍາແຂວງຈໍາປາສັກ ຕະຫຼອດຮອດວິທະຍາກອນ ແລະ ສໍາມະນາກອນ ທີ່ໄດ້ສໍາເລັດການຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ແລະ ໄດ້ເນັ້ນໜັກໃຫ້ສໍາມະນາກອນ ຈົ່ງພ້ອມກັນນໍາເອົາຄວາມຮູ້-ຄວາມສາມາດ, ເນື້ອໃນຈິດໃຈຂອງ ກົດໝາຍທີ່ຕົນໄດ້ຝຶກອົບຮົມມານັ້ນ ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປາກົດຜົນເປັນຈິງ.

ຂຽນຂ່າວ: ໄຊຍະສິດ       ຖ່າຍພາບ: ສົມຫວັງ