ພິທີມອບລົດຈັກ 140 ຄັນໃຫ້ແກ່ບັນດາຫ້ອງການຍຸຕິທຳເມືອງທົ່ວປະເທດ

ພິທີິມອບ-ຮັບລົດຈັກຈຳນວນ 140 ຄັນໃຫ້ແກ່ຫ້ອງການຍຸຕິທຳເມືອງທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 25 ມີນາ 2016 ທີ່ກະຊວງຍຸຕິທຳ ຊຶ່ງກ່າວມອບໂດຍທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳ ແລະ ກ່າວຮັບໂດຍບັນດາ ທ່ານຫົວໜ້າຫ້ອງການຍຸຕິທຳທົ່ວປະເທດ ໂດຍມີ ທ່ານ ນາງ ແອມ ສາເລັງ ເອກອັກຄະລັດຖະທູດບູຣໄນດາລູຊາລາມ ປະຈຳ ສປປ ລາວ, ມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ສກສ,  ສະຖາບັນຍຸຕິທຳແຫ່ງຊາດ ແລະ ຫົວໜ້າຍຸຕິທຳເມືອງທົ່ວປະເທດເຂົ້າຮ່ວມ.

            ໃນພິທີດັ່ງກ່າວ ທ່ານ ລັດຖະມົນຕີ ວ່າການກະຊວງຍຸຕິທຳ ໄດ້ເນັ້ນໜັກເຖິງການພັດທະນາ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍຂອງ ສປປ ລາວ ແມ່ນເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ແລະ ມີຄວາມຫຍຸ້ງຍາກຫຼາຍພໍສົມຄວນ, ການສ້າງໃຫ້ ສປປ ລາວ ໃຫ້ເປັນລັດທີ່ຜາສຸກ, ຮັ່ງມີ, ສີວິໄລ ແລະ ສັງຄົມມີຄວາມຍຸຕິທຳນັ້ນ ຖືເປັນພາລະກິດອັນໜັກໜ່ວງສຳລັບລັດຖະບານ ແຫ່ງ ສປປ ລາວ ກໍຄື ກະຊວງຍຸຕິທຳ ໃນຖານະທີ່ເປັນເສນາທິການໃຫ້ແກ່ລັດຖະບານ ຊຶ່ງມີພາລະບົດບາດໃນການໂຄສະນາສ້າງສະຕິເຄົາລົບກົດໝາຍທົ່ວສັງຄົມ. ການຜັນຂະຫຍາຍເອົາເນື້ອໃນຈິດໃຈຂອງກົດໝາຍເຂົ້າສູ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ມັນຮຽກຮ້ອງເຖິງວັດຖຸ​ອຸປະກອນເຄ່ືອງມືຮັບໃຊ້, ພາຫະນະ ແລະ ນະໂຍບາຍຕ່າງໆ ເພື່ອຊຸກຍູ້ໃຫ້ໃຫ້ພະນັກ ງານທີ່ກ່ຽວຂ້ອງຢູ່ທ້ອງຖິ່ນ ແລະ ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ປະຊາຊົນບັນດາເຜົ່າ ໃນຕົວເມືອງ ແລະ ເຂດຊົນນະບົດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງຄວາມຍຸຕິທຳໃນສັງຄົມຢ່າງສະເໝີພາບກັນ.

            ຍ້ອນເຫັນໄດ້ຄວາມຈຳເປັນຂອງວຽກງານຍຸຕິທຳຢູ່ທ້ອງຖິ່ນທຳຮາກຖານ ລັດຖະບານ ແຫ່ງ ບູຣໄນ ດາລູຊາລາມ ຈຶ່ງໄດ້ຕອບສະໜອງຕາມການສະເໜີຂອງກະຊວງຍຸຕິທຳ ປະກອບສວນດ້ານທຶນຮອນຈຳນວນ 200.000 ໂດລາສະຫະລັດ (1,6 ຕ້ືກີບ) ເພື່ອສະໜອງລົດຈັກໃຫ້ແກ່ບັນດາຫ້ອງການຍຸຕິທຳເມືອງໄດ້ນຳໃຊ້ເຂົ້າປະຕິບັດໃນໜ້າທີ່ວຽກງານຂອງຕົນ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ຂອງລັດຖະບານບູຣໄນ ໄດ້ສະແດງເຖິງສາຍ

ພົວພັນມິດຕະພາບທີ່ບັບມື້ນັບເພີ່ມທະວີ ແລະ ກ້າວສູ້ລວງເລິກ.