ພິທີມອບ - ຮັບໂຄງການກໍ່ສ້າງຕາຂ່າຍໄຟຟ້າ ແລະຕິດຕັ້ງໝໍ້ແປງເຂົ້າຕຶກກະຊວງຍຸຕິທຳຫຼັງໃໝ່

     ເວ​ລາ 16:30 ໂມງຂອງວັນ​ທີ 23 ສິງ​ຫາ 2017 ຢູ່​ທີ່​ສຳ​ນັກ​ງານ​ກະ​ຊວງ​ຍຸ​ຕິ​ທຳຫຼັງ​ໃໝ່, ບ້ານ​ໂນນ​ສະ​ອາດ, ເມືອງ​ໄຊ​ທາ​ນີ, ນະ​ຄອນຫຼວງວຽງ​ຈັນ ໄດ້​ມີ​ພິ​ທີ​ເຊັນບົດ​ບັນ​ທຶກ​ມອບ - ຮັບ​ໂຄງ​ການກໍ່​ສ້າງ​ຕາ​ຂ່າຍ​ໄຟ​ຟ້າ ​ແລະ ຕິດ​ຕັ້ງ​ໝໍ້​ແປງເຂົ້າ​ຕຶກ​ກະ​ຊວງ​ຍຸ​ຕິ​ທຳຫຼັງ​ໃໝ່ ລະ​ຫວ່າງ ​ກະ​ຊວງ​ຍຸ​ຕິ​ທຳ (ເຈົ້າ​ຂອງ​ໂຄງ​ການ) ແລະ ​ລັດ​ວິ​ສາ​ຫະ​ກິດ​ກໍ່​ສ້າງຂົວ​ - ທາງ ແລະ ຕິດ​ຕັ້ງ​ໄຟ​ຟ້າ​ຄົບ​ວົງ​ຈອນ ​ໄຊ​ສົມ​ບູນ.

    ໃນ​ພິ​ທີ​​ດັ່ງ​ກ່າວເປັນ​ກຽດ​ເຂົ້າ​ຮ່ວມ​ໂດຍ ​ທ່ານ ໄຊ​ສີສັນ​ຕິ​ວົງ, ກຳ​ມະ​ການ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ພ້ອມ​ດ້ວຍ​ບັນ​ດາ​ທ່ານຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ທ່ານ ດາວ​ເຮືອງ ທິບ​ພະ​ອາດ, ຮອງ​ອຳ​ນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ກໍ່​ສ້າງຂົວ - ທາງ ແລະ ຕິດ​ຕັ້ງ​ໄຟ​ຟ້າ​ຄົບ​ວົງ​ຈອນ ​ໄຊ​ສົມ​ບູນ, ບັນ​ດາ​ຫົວ​ໜ້າ, ຮອງ​ຫົວ​ໜ້າ​ຫ້ອງ​ການ, ບັນ​ດາ​ກົມ, ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ, ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດ​ຖະ​ກິດ, ແລະ ​ເແຂກ​ຖືກ​ເຊີນ​ຈາກ​ກະ​ຊວງ​ການ​ເງິນ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ຕ່າງ​ໜ້າ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ຝ່າຍ​ປະ​ຕິ​ບັດ​ການ​ໄຟ​ຟ້າ​ນະ​ຄອນຫຼວງ, ສາ​ຂາ​ເມືອງ​ໄຊ​ທາ​ນີ​ ພ້ອມ​ດ້ວຍ​ພະ​ນັກ​ງານ - ລັດ​ຖະ​ກອນ​ຂອງສອງ​ຝ່າຍ ​ເຂົ້າ​ຮ່ວມ.​

    ຕາງ​ໜ້າ​​ເຊັນ​ມອບໂດຍ ທ່ານ ດາວ​ເຮືອງ ທິບ​ພະ​ອາດ, ຮອງ​ອຳ​ນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ກໍ່​ສ້າງຂົວ - ທາງ ແລະ ຕິດ​ຕັ້ງ​ໄຟ​ຟ້າ​ຄົບ​ວົງ​ຈອນ ​ໄຊ​ສົມ​ບູນ, ຕາງ​ໜ້າ​ເຈົ້າ​ຂອງ​ໂຄງ​ການ​ໂດຍ​ ທ່ານ ຄຳ​ພອນ ສີ​ປະ​ເສີດ, ຫົວ​ໜ້າ​ຫ້ອງ​ການ​ກະ​ຊວງ​ຍຸ​ຕິ​ທຳ ເປັນ​ຜູ້​ເຊັນ​ຮັບ ໂດຍ​ຊ້ອງ​ໜ້າ​ການ​ນຳ​​ຂອງກະ​ຊວງ​ຍຸ​ຕິ​ທຳ ແລະ ແຂກ​ຖືກ​ເຊີນ​ຈາກ​ພາກ​ສ່ວນທີ່​ກ່ຽວ​ຂ້ອງເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ.

   ໂຄງ​​ການກໍ່​ສ້າງ​ຕາ​ຂ່າຍ​ໄຟ​ຟ້າ ແລະ ຕິດ​ຕັ້ງ​ໝໍ້​ແປງ​ເຂົ້າ​ຕຶກ​ກະ​ຊວງ​ຍຸ​ຕິ​ທຳຫຼັງ​ໃໝ່ ເປັນໂຄງ​ການ​ໃຊ້​ງົບ​ປະ​ມານ​ການ​ລົງ​ທຶນ​ຂອງ​ລັດ 100% ຊຶ່ງໄດ້​​ລົງ​ມື​ຈັດ​ຕັ້ງ​ປະ​ຕິ​ບັດໂຄງ​ການ ເລີ້ມ​ແຕ່​ວັນ​ທີ 25 ກໍ​ລະ​ກົດ 2016 ເປັນ​ຕົ້ນ​ມາ ມີມູນ​ຄ່າທັງ​ໝົດ 2,499,306,000 ກີບ ( ສອງ​ຕື້​ ສີ່​ຮ້ອຍ​ເກົ້າ​ສິບ​ເກົ້າ​ລ້ານ ສາມ​ແສນ​ຫົກ​ພັນ​ ກີບ ) ມາ​ເຖິງ​ປັດ​ຈຸ​ບັນ​ນີ້ ​ໂຄງ​ການ​ດັ່ງ​ກ່າວ​ ໄດ້​ສຳ​ເລັດ​ການກໍ່​ສ້າງ​ທຸກໆ​ໜ້າ​ວຽກ 100% ຕາມ​ສັນ​ຍາ ແລະ ໃບ​ສະ​ເໜີ​ລາ​ຄາ​ຂອງ​ໂຄງ​ການທີ່​ຄະ​ນະ​ກຳ​ມະ​ການ​ໄດ້​ກວດ​ກາ​ຄຸນ​ນະ​ພາບ, ເຕັກ​ນິກ​ການກໍ່​ສ້າງ ແລະ ໜ້າ​ວຽກ​ຂອງ​ໂຄງ​ການ​ທີ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ຢູ່​ພາກ​ສະ​ໜາມ ​​ໄດ້​ສຳ​ເລັດ​ເປັນ​ຢ່າງ​ດີຕາມ​ໜ້າ​ວຽກ​ຂອງ​ໂຄງ​ການ​ ເຊັ່ນ ໄດ້​ປຸກ​ເສົາ ແລະ ປະ​ກອບ​ອຸ​ປະ​ກອນ​ຫົວ​ເສົາ​ຄົບ​ຊຸດ, ໄດ້​ດຶງ​ຕາ​ຂ່າຍ​ໄຟ​ຟ້າ 22KV, ໄດ້​ຕິດ​ຕັ້ງ​ໝໍ້​ແປງ​ໄຟ​ຟ້າ 1,600KVA, ໄດ້​ຕິດ​ຕັ້ງ​ໜ່ວຍ​ຕັດ​ໄຟ 22KV, ໄດ້​ຕິດ​ຕັ້ງ​ໜ່ວຍ​ກັນ​ຟ້າ​ຜ່າ 22KV, ໄດ້​ຕິດ​ຕັ້ງ​ໝໍ້​ແປງ​ກະ​ແສ​ໄຟ​ຟ້າ 22KV, ໄດ້​ຕິດ​ຕັ້ງ​ໝໍ້​ແປງ​ແຮງ​ດັນ​ໄຟ​ຟ້າ 22KV ພ້ອມ​ທັງໄດ້​ກວດ​ກາ​ເຕັກ​ນິກ ແລະ ເຊື່ອມ​ຕໍ່​ເຂົ້າ​ລະ​ບົບ​ຕາ​ຂ່າຍ​ໄຟ​ຟ້າ​ແຮງ​ກາງຈາກ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ຝ່າຍ​ປະ​ຕິ​ບັດ​ການ​ໄຟ​ຟ້າ​ນະ​ຄອນຫຼວງດ ສາ​ຂາ​ເມືອງ​ໄຊ​ທານີ​ສາ​ມາດ​ຕອບ​ສະ​ໜອງ​ກະ​ແສ​ໄຟ​ຟ້າ​ໃຫ້​ແກ່​ກະ​ຊວງ​ຍຸ​ຕິ​ທຳ ຕາມ​ການ​ທົດ​ລອງ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ຮ່ວມ​ກັບ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ ແລະ ບໍ​ລິ​ສັດ​ຮັບ​ເໝົາ​ກໍ່​ສ້າງ​ໄດ້​ເປັນ​ຢ່າງ​ດີ. ສະ​ນັ້ນ, ບໍ​ລິ​ສັດຮັບ​ກໍ່​ສ້າງ ​ຈຶ່ງໄດ້​ມອບ​ໂຄງ​ການ​ດັ່ງ​ກ່າວ​ໃຫ້​ກະ​ຊວງ​ຍຸ​ຕິ​ທຳ​ ໃນ​ນາມ​ເຈົ້າ​ຂອງ​ໂຄງ​ການ ​ເປັນ​ຜູ້​ນຳ​ໃຊ້ ແລະ ບຳ​ລຸງ​ຮັກ​ສາໃຫ້​ເກີ​ດ​ຜົນ​ປະ​ໂຫຍດ​ສູງ​ສຸດ​ຕໍ່​ໄປ.

 

ຂຽນຂ່າວ ແລະ ຖ່າຍພາບໂດຍ: ບຸນ​ເຈືອ ພົມ​ມະ​ຈັນ