ພິທີມອບ-ຮັບ ໜ້າທີ່ ລັດຖະມົນຕີ ກະຊວງຍຸຕິທຳ

        ອີງຕາມການຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານຂັ້ນນຳ ປະກອບເຂົ້າໃນໂຄງປະກອບຂອງການຈັດຕັ້ງລັດຖະບານ ເພື່ອເປັນການປັບປຸງອົງການຈັດຕັ້ງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ເຮັດໃຫ້ການປະຕິບັດໜ້າທີ່ວຽກງານເດີນແມ່ນແລ່ນສະດວກ. ດັ່ງນັ້ນ, ໃນວັນທີ 28 ເມສາ 2016, ກະຊວງຍຸຕິທຳ ຈຶ່ງໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ລັດຖະມົນຕີ ລະຫວ່າງ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີ ກະຊວງຍຸຕິທຳ ຜູ່ເກົ່າ ແລະ ທ່ານ ໄຊສີ ສັນຕິວົງ ມາຮັບໜ້າທີ່ເປັນລັດຖະມົນຕີກະຊວງຍຸຕິທຳ ຜູ່ໃໝ່ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັກນັກງານອ້ອມຂ້າງກະຊວງຍຸຕິທຳ ເຂົ້າຮ່ວມຢ່າງພ້ອມພຽງ.

      ໃນໂອກາດດັ່ງກ່າວ ທ່ານ ປອ. ສອນໄຊ ສີພັນດອນ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ລັດຖະມົນຕີຜູ່ເກົ່າສາມາດຍາດມາໄດ້ຈະຫຼອດໄລຍະຂອງການປະຕິບັດໜ້າທີ່ໃນໄລຍະຜ່ານມາ; ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໃຫ້ລັດຖະມົນຕີຜູ່ໃໝ່ ພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນທຸກຄົນໃນກະຊວງ ຈົ່ງສາມັກຄີກັນສູ້ຊົນ, ບຸກບືນ, ຜ່ານຜ່າ ໃນການປະຕິບັດວຽກງານ ເອົາໃຈໃສ່ສືບຕໍ່ມູນເຊື້ອ ແລະ ຜົນງານທີ່ລັດຖະມົນຕີຜູ່ເກົ່າຍາດມາໄດ້ ໃຫ້ໃຫຍ່ຫຼວງກວ່າເກົ່າ./.