ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນກົດໝາຍ (ສະຖາບັນຍຸຕິທຳພາກກາງ) ແຂວງສະຫວັນນະເຂດ

     ໃນທ້າຍເດືອນ ມັງກອນ 2018 ທີ່ຜ່ານມາ ຢູ່ທີ່ສະໂມສອນຂອງສະຖາບັນຍຸຕິທຳພາກກາງ ແຂວງສະຫວັນນະເຂດ, ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນກົດໝາຍພາກໃຕ້ໃນເມື່ອກ່ອນກໍຄືສະຖາບັນຍຸຕິທຳພາກກາງໃນປັດຈຸບັນຄົບຮອບ 15 ປີ(ວັນທີ 15 ມັງກອນ 2003 – 15 ມັງກອນ 2018) ຂຶ້ນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຄະນະສະຖາບັນຍຸຕິທຳແຫ່ງຊາດ, ສະຖາບັນຍຸຕິທຳພາກກາງ ແຂວງສະຫວັນນະເຂດ,  ສະຖາບັນຍຸຕິທຳພາກເໜືອ ແຂວງຫຼວງພະບາງ ແລະ ສະຖາບັນຍຸຕິທຳພາກໃຕ້ ແຂວງຈຳປາສັກ, ພ້ອມດ້ວຍບັນດາຄະນະພະແນກຍຸຕິທຳແຂວງ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

    ສະຖາບັນຍຸຕິທໍາພາກກາງ ໃນເບື້ອງຕົ້ນເອີ້ນວ່າໂຮງຮຽນກົດໝາຍຊັ້ນກາງ ຊຶ່ງຕັ້ງຢູ່ແຂວງ ສະຫວັນນະເຂດ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2003. ມາຮອດສົກຮຽນ 2005-2006 ກະຊວງຍຸຕິທໍາໄດ້ມີການຍົກລະດັບການຮຽນ-ການສອນ ຈາກຊັ້ນກາງຫລັກສູດ 03 ປີ ຂຶ້ນເປັນລະດັບປະລິນຍາຕີ ຫລັກສູດ 05 ປີຕາມການອະນຸມັດຂອງກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ປ່ຽນຊື່ໂຮງຮຽນກົດໝາຍຊັ້ນກາງແຂວງ ສະຫວັນນະເຂດ ເປັນໂຮງຮຽນກົດໝາຍ ສະຫວັນນະເຂດ.
ຕໍ່ມາຮອດປີ 2015 ທ່ານລັດຖະມົນຕີກະຊວງຍຸຕິທໍາ ໄດ້ອອກຂໍ້ຕົກລົງສະບັບເລກທີ 392/ກຍ, ລົງວັນທີ 28 ເມສາ 2015 ວ່າດ້ວຍການສ້າງຕັ້ງສະຖາບັນຍຸຕິທໍາພາກກາງ ພ້ອມທັງອອກຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຖາບັນຍຸຕິທໍາພາກກາງ ຊຶ່ງໂຄງປະກອບການຈັດຕັ້ງປະກອບມີ 10 ຂະແໜງ, ມີພາລະບົດບາດໃນການກໍ່ສ້າງນັກວິຊາການກົດໝາຍຊັ້ນຕ່າງໆ, ຝຶກອົບຮົມລະຍະສັ້ນກ່ຽວກັບວຽກງານຂອງຂະແໜງຍຸຕິທໍາໃຫ້ບັນດາພະນັກງານ-ລັດຖະກອນຂອງແຂວງພາກກາງຄື ແຂວງ ໄຊສົມບູນ, ແຂວງ ວຽງຈັນ, ນະຄອນຫຼວງວຽງຈັນ, ແຂວງ ບໍລິຄໍາໄຊ, ແຂວງ ຄໍາມ່ວນ ແລະ ແຂວງ ສະຫວັນນະເຂດ ພ້ອມທັງຄົ້ນຄວ້າທາງດ້ານວິຊາການກົດໝາຍ ແລະ ວຽກງານຍຸຕິທໍາອີກດ້ວຍ.

ພາບ, ຂ່າວ: ອະນຸວັດ ພິມໂວຫານ