ພິທີເປີດຊຸດຝຶກອົບຮົມວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຢູ່ທີ່ສະຖາບັນຍຸຕິທໍາແຫ່ງຊາດ

ໃນຕອນເຊົ້າຂອງ ວັນທີ 4-8 ພະຈິກ 2019 ຢູ່ທີ່ ສະຖາບັນຍຸຕິທຳແຫ່ງຊາດ ໄດ້ເປີດຊຸດຝຶກອົບຮົມ ວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານຂຶ້ນ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຫົວໜ້າກົມ, ຫົວໜ້າສະຖາບັນ, ຮອງຫົວໜ້າສະຖາບັນ, ຄູ-ອານຈານ, ຕະຫຼອດຮອດຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກບັນດາພະແນກຍຸຕິທຳແຂວງ ແລະ ຫ້ອງການຍຸຕິທຳເມືອງ ເຂົ້າຮ່ວມທັງໝົດຈຳນວນ 45 ທ່ານ ຍິງ 6 ທ່ານ.

ຈຸດປະສົງໃນການເປີດຊຸດຝຶກອົບຮົບໃນຄັ້ງນີ້ແມ່ນ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການ ໃຫ້ແກ່ພະນັກງານທີ່ເຮັດວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເພື່ອເປັນການຮັບປະກັນເຮັດໃຫ້ການເຄື່ອນໄຫວວຽກງານຖືກຕ້ອງ ສອດຄ່ອງ, ໜັກແໜ້ນ, ເຂັ້ມແຂງ ໃນການປະຕິບັດຄຳຕັດສີນ, ຄຳພິພາກສາຂອງສານ ໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ຍຸຕິທຳ.
ໃນຕອນທ້າຍຂອງພິທີ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ຍັງໄດ້ເນັ້ນ ໜັກໃຫ້ບັນດາຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ ຈົ່ງເອົາໃຈໃສ່ຕິດຕາມ, ແລກປ່ຽນບົດຮຽນຕໍ່ກັບວຽກງານດັ່ງກ່າວ ເພື່ອນຳເອົາຄວາມຮູ້ໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ແນໃສ່ເຮັດໃຫ້ວຽກງານການຈັດຕັ້ງປະຕິບັດຄຳຕັດສີນຂອງສານມີຄຸນນະພາບສູງຂຶ້ນ ໃຫ້ເຫັນໄດ້ເຖິງການຫັນປ່ຽນຢ່າງຕັ້ງໜ້າເທື່ອລະກ້າວ.

ຂ່າວ: ຈັນທະວີສຸກ, ພາບ: ຂົນ ບຸນທິສານ