ພິທີເປີດຝຶກອົບຮົມວຽກງານການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ແລະ ວຽກງານຍຸຕິທຳຮາກຖານ ປີ 2018

     ຢູ່ທີ່ສະຖາບັນຍຸຕິທໍາແຫ່ງຊາດ ໄດ້ຈັດພິທີເປີດຝຶກອົບຮົມວຽກງານການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ແລະ ວຽກງານຍຸຕິທຳຮາກຖານ ປີ 2018 ຂຶ້ນ ໃນຕອນເຊົ້າຂອງວັນທີ 15 ກຸມພາ 2018 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມັນຕີກະຊວງຍຸຕິທຳ, ມີ ຫົວໜ້າພະແນກຍຸຕິທຳນະຄອນຫຼວງ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມນັກສຳມະນາກອນ ເຂົ້າຮ່ວມຈຳນວນ 38 ທ່ານ, ຍິງ 6 ທ່ານ.

     ຈາກນັ້ນຄະນະຮັບຜິດຊອບການຝຶກອົບຮົມກໍໄດ້ກ່າວຈຸດປະສົງ ແລະ ຄາດໝາຍ ດັ່ງນີ້:

  1. ເພື່ອໃຫ້ພະນັກງານທີ່ຈະລົງວຽກຢູ່ຮາກຖານຮັບຮູ້ເຖິງເນື້ອໃນຈິດໃຈ ໃນການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ຕິດພັນກັບວຽກງານຍຸຕິທຳຮາກຖານ ເຂົ້າສູ່ລວງເລິກ, ເພື່ອຄວາມເປັນເອກະ ພາບກັນໃນການຈັດຕັ້ງປະຕິບັດຕົວຈິງ ລະຫວ່າງ ພະນັກງານສູນກາງ ແລະ ທ້ອງຖິ່ນ;
  2. ເປັນການນຳເອົາແນວທາງການເມືອງຂອງຄະນະພັກ-ຄະນະນຳ ກະຊວງຍຸຕິທຳ ລົງສູ່ທ້ອງຖິ່ນຮາກຖານ ແລະ ເປັນການນຳເອົາຄຳຄິດຄຳເຫັນຂອງປະຊາຊົນບັນດາເຜົ່າ ສະເໜີຕໍ່ການນຳຂອງກະຊວງ;
  3. ເປັນການຝຶກຝົນຫຼໍ່ຫຼອມພະນັກງານຂະແໜງຍຸຕິທຳ ໃຫ້ມີຄວາມສາມາດເຈື່ອຈານເຂົ້າກັບປະຊາຊົນລາວບັນດາເຜົ່າ;
  4. ສຶກສາຮຽນຮູ້ ແລະ ເຂົ້າໃຈ ຕໍ່ການດຳລົງຊີວິດຂອງປະຊາຊົນ ສົມທຽບກັບທິດສະດີກົດໝາຍ, ຮຽນຮູ້ການຈັດຕັ້ງປະຕິບັດກົດໝາຍ, ສະຕິເຄົາລົບກົດໝາຍໃນຕົວເມືອງ ແລະ ຊົນນະບົດທີ່ຫ່າງ ໄກສອກຫຼີກ;
  5. ຮຽນຮູ້ວິທີການປະສານສົມທົບສາຍຕັ້ງ ແລະ ສາຍຂວາງ ຂອງແຕ່ລະທ້ອງຖິ່ນ.

     ຈາກນັ້ນ, ກໍໄດ້ວາງຄາດໝາຍໄວ້ວ່າ ຈະເຮັດໃຫ້ພະນັກງານທັງໝົດທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ ໄດ້ຮັບຮູ້ ແລະ ເຂົ້າໃຈໃຫ້ຢ່າງເລິກເຊິ່ງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້, ພ້ອມທັງໃຫ້ພະນັກງານວິຊາການໄດ້ມີໂອກາດໄປແລກປ່ຽນຄຳຄິດຄຳເຫັນ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ເຮັດໃຫ້ທ້ອງຖິ່ນຮາກຖານມີຄວາມຮັບຮູ້, ເຂົ້າໃຈ ເຖິງພາລະບົດບາດໜ້າທີ່ການເມືອງ ຂອງກະຊວງຍຸຕິທຳ ຊຶ່ງຈະເຮັດໃຫ້ວຽກງານຂະແໜງການຍຸຕິທຳ ໄດ້ຮັບການພັດທະນາໄປໃນທິດທາງທີ່ດີ, ກົມກຽວ, ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ມີຄວາມວ່ອງໄວ, ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ແລະ ເຮັດໃຫ້ວຽກງານມີປະສິດທິຜົນດີ ຍິ່ງຂຶ້ນ.