ພີທີປະກາດນາມມະຍົດ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງຍຸຕິທຳ ປະຈຳປີ 2017

     ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ກັນຍາ 2018 ທີ່ສະໂມສອນກະຊວງຍຸຕິທຳ ໂດຍການເປັນປະທານຮ່ວມຂອງສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກ ກະຊວງຍຸຕິທຳ, ສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງຍຸຕິທຳ, ມີບັນດາຄະນະພັກ-ຄະນະນຳ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າຊາວໜຸ່ມຈາກະຊວງແຮກສ່ຽວ (ກະຊວງກະສິກຳ ແລະ ປ່າໄມ້) ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມກະຊວງຍຸຕິທຳ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີ ສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງຍຸຕິທຳ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ໃນໄລຍະຜ່ານມາ ຊຶ່ງສາມາດຕີລາຄາໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈຳປີ 2017 ດັ່ງນີ້: ໄດ້ຮັບຮອງເອົາໜ່ວຍ, ຮາກຖານ ທີ່ໄດ້ຮັບນາມມະຍົດ 4 ບຸກ ປະຈຳປີ 2017 ຈຳນວນ 10 ໜ່ວຍ, 1 ຮາກຖານ ແລະ ຮັບຮອງເອົາສະມາຊິກຊາວໜຸ່ມ ທີ່ໄດ້ຮັບນາມມະຍົດ 4 ບຸກ ປະຈຳປີ 2017 ຈຳ ນວນ 287 ສະຫາຍ, ຍິງ 111 ສະຫາຍ, ປະເພດກາງ 29 ສະຫາຍ, ຍິງ 12 ສະຫາຍ. 

    ຫຼັງຈາກນັ້ນໃນພິທີ ກໍໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ ວ່າດ້ວຍການຮັບເອົາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ເປັນຊາວໜຸ່ມ 4 ບຸກ ພ້ອມທັງມອບໃບຢັ້ງຢືນນາມມະຍົດ 4 ບຸກ ແລະ ເງິນສົດຈຳນວນ 3 ລ້ານກີບ ຊຶ່ງໃຫ້ກຽດມອບໂດຍສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່າວຮັບໂດຍສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງຍຸຕິທຳ ໂດຍຊ້ອງໜ້າສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ ແລະ ບັນດາສະມາຊິກຊາວໜຸ່ມທີ່ເຂົ້າຮ່ວມເປັນສັກຂີພະຍານໃນການມອບໃນຄັ້ງນີ້.
    ໃນຕອນທ້າຍຂອງພິທີ ສະຫາຍ ໄຊສີ ສັນຕິວົງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະ ການເຄື່ອນໄຫວຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ພ້ອມນັ້ນສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ກໍຄືບັນດາສະຫາຍສະມາຊິກຊາວໜຸ່ມ ໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ພ້ອມກັນປະຕິບັດຕາມກົດລະບຽບຂອງຊາວໜຸ່ມຢ່າງເຂັ້ມງວດ ສາມາດເຮັດສຳເລັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ສຳເລັດຕາມກຳນົດເວລາ ແລະ ມີປະສິດທິຜົນ.

ຂ່າວ: ອ່ອນຄຳ; ພາບ: ຊາຍພິມພອນ-ສົມຫວັງ