ລັດຖະມົນຕີກະຊວງຍຸຕິທຳ ເນັ້ນການສອບເສັງຄັດເລືອກນັກສຶກສາລະບົບຊັ້ນສູງ ແລະ ລະບົບເຊື່ອມຕໍ່ປະລິນຍາຕີ ສົກສຶກສາ 2018-2019 ໃຫ້ມີຄວາມໂປ່ງໃສ.

    ເພື່ອເຮັດໃຫ້ການສອບເສັງໃນຄັ້ງນີ້ ມີຄວາມໂປ່ງໃສ ແລະ ຍຸຕິທຳ ສະຖາບັນຍຸຕິທຳແຫ່ງຊາດ ຈັດພິທີຈົກສະຫຼາກຫົວບົດສອບເສັງລະບົບຊັ້ນສູງ ແລະ ລະບົບເຊື່ອມຕໍ່ປະລິນຍາຕີຂຶ້ນ ໃນຕອນບ່າຍຂອງວັນທີ 24 ສິງຫາ 2018; ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ຫົວໜ້າສະຖາບັນ, ບັນດາຮອງສະຖາບັນ, ຫົວໜ້າພະແນກ, ຫົວໜ້າພາກວິຊາ, ຮອງພະແນກ, ຮອງພາກ, ບັນດາຄູ-ອາຈານຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.

    ຫົວບົດສອບເສັງທີ່ນຳຈົກສະຫຼາກໃນຄັ້ງນີ້ ປະກອບມີສອງລະບົບ ດັ່ງນີ້: ລະບົບຊັ້ນສູງ ມີ 4 ວິຊາ ຄື: ລັດຖະທຳມະນູນ ແລະ ກົດໝາຍ, ພູມສາດ, ປະຫວັດສາດ ແລະ ພາສາລາວ; ສ່ວນລະບົບຕໍ່ເນື່ອງປະລິນຍາຕີ ມີ 3 ວິຊາ ຄື: ວິຊາລັດຖະທຳມະນູນ, ວິຊາກົດໝາຍແພ່ງ (ພາກທົ່ວໄປ, ພາກສະເພາະ, ການດຳເນີນຄະດີແພ່ງ), ກົດໝາຍອາຍາ (ພາກທົ່ວໄປ, ພາກສະເພາະ, ການດຳເນີນຄະດີອາຍາ).
    ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ເປັນປະທານພິທີ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບການສອບເສັງຄັດເລືອກນັກສຶກສາ ສົກສຶກສາ 2018-2019 ໃຫ້ນຳພາການເມືອງ-ແນວຄິດແກ່ຄະນະພັກ-ຄະນະນຳຂອງສະຖາບັນຍຸຕິທຳແຕ່ລະພາກ; ຕ້ອງແຈ້ງໃຫ້ບັນດານັກສອບເສັງເຖິງສະຖານທີ່ຮຽນໃນລະບົບຕໍ່ເນື່ອງ ຊຶ່ງຕ້ອງໄດ້ຮຽນຢູ່ສະຖາບັນຍຸຕິທຳແຫ່ງຊາດ (ນະຄອນຫຼວງວຽງຈັນ); ຕ້ອງຮັບປະກັນການສອບເສັງໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທຳ ໂດຍຖືເອົາຜົນຂອງການສອບເສັງເປັນຫຼັກ. ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ໃຫ້ຄຳໝັ້ນສັນຍາ ວ່າຈະຮັບປະກັນການສອບເສັງຄັ້ງນີ້ໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທຳ ແລະ ຈະນຳເອົາທິດຊີ້ນຳຂອງລັດຖະມົນຕີໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ໄດ້ຮັບຜົນດີ. ການຈົກສະຫຼາກເອົາຫົວຂໍ້ສອບເສັງໃນຄັ້ງນີ້ ນຳພາໂດຍ ທ່ານ ໄຊສີ ສັນຕິວົງ ແລະ ບັນດາທ່ານຮອງລັດຖະມົນຕີກະຊວງຍຸຕິທຳ.

    ໃນຕອນທ້າຍພິທີ ທ່ານປະທານກໍໄດ້ມອບຫົວບົດສອບເສັງທີ່ຈົກສະຫຼາກ ມອບໃຫ້ບັນດາຄະນະຮັບຜິດຊອບຂອງສະຖາບັນຍຸຕິທຳແຕ່ລະພາກ ເພື່ອນຳໄປຈັດຕັ້ງປະຕິບັດສອບເສັງຄັດເລືອກນັກສຶກສາ ຊຶ່ງຫົວບົດສອບເສັງທີ່ຈົກສະຫຼາກນັ້ນ ເປັນຂໍ້ມູນປິດລັບ.

ພາບ-ຂ່າວ: ຊາຍພິມພອນ ສີຣິວົງໄຊ