ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບຫົວໜ້າກົມພົວພັນຕ່າງປະເທດ ເອີຣົບ

          ໃນ​ຕອນ​ແລງ​ຂອງ​ວັນ​ທີ 06 ພຶດສະພາ 2016 ​ເວລາ 15 : 45 ​ໂມງ  ຢູ່ທີ່ຫ້ອງຮັບແຂກ​ກະຊວງ​ຍຸຕິ​ທຳ ທ່ານ ໄຊ​ສີ ສັນຕິ​ວົງ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຂ່ຳນັບ​ຂອງ  ທ່ານ  ອູ​ໂກ ອາສຕູ​ໂຕ ( UGO AStuto) ຫົວໜ້າກົມ​ພົວພັນ​ຕ່າງປະ​ເທດ​ເອີຣົບ,    ຮອງ​ຜູ່​ຈັດການ​ວຽກງານ​ອາຊຽນ ​ແລະ ປາ​ຊີຟິກຂອງ​ສະຫະ​ພາບ​ເອີຣົບ, ພ້ອມ​ດ້ວຍ​ຄະນະ​ໃນ​ໂອກາດ​ທີ່​ທ່ານ​ມາ​ຮັບ​ຕຳ​ແໜ່ງລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຄົນ​ໃໝ່.

​​          ໃນ​ການ​ພົບ​ປະ​ຄັ້ງ​ນີ້ ທັງ​ສອງ​ຝ່າຍ​ກໍ​ໄດ້​ລາຍ​ງານ​ສະພາບ​ຈຸດ​ພິ​ເສດ ​ແລະ ການ​ເຄື່ອ​ນ​ໄຫວ​ວຽກງານ​ໃນ​ຂົງ​ເຂດຍຸຕິ​ທຳ​ໃຫ້​ກັນຊາ​ບ ​ແລະ ພ້ອມ​ຈະສືບຕໍ່ໃຫ້ການຮ່ວມມື ແລະ ​ຊ່ວຍ​ເຫຼືອຊຶ່ງ​ກັນ ​ແລະ​ ກັນໃນຂັ້ນຕໍ່ໜ້າ.

          ຈຸດປະສົງ​ຂອງ​ການ​ເຂົ້າ​ຢ້ຽມຢາມ ແລະ ເຮັດວຽກໃນຄັງ​ນີ້ ​ແມ່ນ​ເພື່ອ​ປຶກສາຫາລື​ກ່ຽວກັບການ​ພົວພັນ ແລະ ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງລາວ -  ອີ​ຢູ  ​ພ້ອມທັ້ງຈະ​ສືບ​ຕ່ໍຮ່ວມກັນຊຸກ ຍູ້ໃນການຈັດຕັ້ງປະຕິບັດວຽກງານ​ດັ່ງ​ກ້າວໃນໄລະຍະ 4 ປີ​ນັບ​ແຕ່ປີ 2016- 2020 ​​ໃຫ້​ປະສົບ​ຜົນສຳ​ ເລັດຕາມກອບການຮ່ວມມື.

          ໃນ​ຕອນ​ທ້າຍ ທ່ານ ​ໄຊ​ສີ ສັນຕິ​ວົງ​, ລັດຖະມົນ​ຕີກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ກໍ​ໄດ້ສະແດງຄວາມຂອບ​ໃຈ​ຕໍ່ການ​ມາຢ້ຽມຢາມ  ແລະ ເຮັດວຽກຂອງ​ ທ່ານ ອູ​ໂກ ອາສຕູ​​ໂຕ​ ​ແລະ ​ອວຍ ພອນໃຫ້​ທ່ານ​ພ້ອມ​ດ້ວຍ​ຄະນະ​ຈົ່ງ​ປະສົບ​ຜົນສຳເລັດໃນ​ການ​ມາ​ເຄື່ອນ​ໄຫວ​ເຮັດ​ວຽກ​ໃນ​ຄັ້ງ​ນີ້ ​ແລະ ໃນໂອກາດດຽວກັນນີ້ ທ່ານ ອູ​ໂກ ອາສຕູ​ໂກ ກໍ​ໄດ້​ກ່າວສະ​ແດງ​ຄວາມຂອບ​ໃຈ​ມາ​ຍັງ​ ທ່ານ ລັດຖະ ມົນຕີ​ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ອັນອົບອຸ່ນ ແລະ ຫວັງວ່າການຮ່ວມມືທາງດ້ານວຽກງານຍຸຕິທຳ ຈະນັບ ມື້ນັບກ້ວາງຂວາງກ່ວາເກົ່າ ແລະ ເລີກເຊິ່ງ.