ລັດຖະມົນຕີກະຊວງຍຸຕິທຳ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII

ຕອນເຊົ້າຂອງວັນທີ 11 ມີຖຸນາ 2019ນີ້ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບວຽກງານຈັດຕັ້ງປະຕິບັດມະຕິ ສະບັບເລກທີ 080/ສພຊ, ລົງວັນທີ 17 ພະຈິກ 2017 ກ່ຽວກັບວຽກງານການຈັດຕັ້ງປະຕິບັດຄຳຕັດສີນຂອງສານ. ກະຊວງຍຸຕິທຳໃນຖານະເປັນອົງການຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ຄະນະນຳກະຊວງໄດ້ພະຍາຍາມປະຕິບັດມາດຕາ 10 ຂອງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ຊຶ່ງໃນນັ້ນໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມກົດໝາຍ ແລະ ນິຕິກຳທີ່ພົວພັນເຖິງວຽກງານດັ່ງກ່າວ ໃຫ້ປະຊາຊົນບັນດາເຜົ່າເຂົ້າໃຈ ແລະ ຕື່ນຕົວປະຕິບັດ; ເອົາໃຈໃສ່ຊີ້ນຳ, ຄຸ້ມຄອງ ແລະ ກວດກາດ້ານວິຊາການກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສີນຂອງສານໃນຂອບເຂດທົ່ວປະເທດ, ໄດ້ຄົ້ນຄວ້າ ແລະ ອອກນິຕິກຳກ່ຽວກັບການໂຈະ, ການຍົກເລີກ ຫຼື ລົບລ້າງຄຳສັ່ງຂອງຫ້ອງການ ແລະ ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ທີ່ບໍ່ຖືກຕ້ອງຕາມກົດໝາຍ ມີ 23 ສະບັບ.

ອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ເຊັ່ນ ຫ້ອງການ ແລະ ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໄດ້ປະຕິບັດສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນມາດຕາ 16, 19 ແລະ 21 ຂອງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ຊຶ່ງໂດຍລວມແລ້ວຄຳຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດນັ້ນ ສ່ວນຫຼວງຫຼາຍກ່ອນຈະໄປປະຕິບັດກໍໄດ້ມີການຄົ້ນຄວ້າລະອຽດ, ສະເໜີໃຫ້ສານຊີ້ແຈ້ງຄືນໃນກໍລະນີຄຳຕັດສີນຂອງສານບໍ່ຈະແຈ້ງ, ທວງເອົາຂອງກາງຄະດີຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອນຳມາຈັດຕັ້ງປະຕິບັດ; ອອກໝາຍຮຽກຄູ່ຄວາມເພື່ອສຶກສາອົບຮົມ ແລະ ປຸກລະດົມໃຫ້ຈັດຕັ້ງປະຕິບັດ; ອອກຄຳສັ່ງອາຍັດ; ຄຳສັ່ງຢຶດຊັບ; ຄຳສັ່ງຍົກຍ້າຍ ແລະ ອື່ນໆ. ໄດ້ສະເໜີຕໍ່ເຈົ້າໜ້າທີ່ຕຳຫຼວດໃຫ້ມີມາດຕາການຕໍ່ຜູ້ລະເມີດເຈດຕະນາຫຼົບຫຼີກການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງສ່ວນຫຼາຍແມ່ນຖືກຕ້ອງຕາມວິທີ, ຂັ້ນຕອນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 25, 26, 27, 28 ແລະ 29 ຂອງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ. ສະນັ້ນ, ນັບແຕ່ມີມະຕິຂອງສະພາແຫ່ງຊາດ ສະບັບເລກທີ 080/ສພຊ, ລົງວັນທີ 17 ພະຈິກ 2019 ມາເຖິງປັດຈຸບັນອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານໄດ້ນຳເອົາຄຳຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດມາຈັດຕັ້ງປະຕິບັດສຳເລັດ ມີ 3.126 ເລື່ອງ, ໃນນີ້ຄະດີແພ່ງ ມີ 1.312 ເລື່ອງ, ຄະດີອາຍາ 1,814 ເລື່ອງ; ທຽບໃສ່ໄລຍະດຽວກັນຂອງປີ 2016-2017 ແມ່ນເພີ່ມຂຶ້ນ 8.1%. ມາຮອດ ວັນທີ 30 ເມສາ 2019 ຄຳຕັດສີນຂອງສານຢູ່ອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານທົ່ວປະເທດມີທັງໝົດ 30.718 ເລື່ອງ, (ໃນນີ້ ຄະດີແພ່ງ ມີ 7.451 ເລື່ອງ, ຄະດີອາຍາ 23.267 ເລື່ອງ). ສະນັ້ນ, ຄະນະພັກ, ຄະນະນຳກະຊວງຍຸຕິທຳຈຶ່ງຖືເອົາວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານເປັນວຽກຈຸດສຸມ ແລະ ໄດ້ເອົາພະນັກງານຜູ້ທີ່ມີມາດຖານເງື່ອນໄຂ ລົງຊຸກຍູ້ວຽກງານດັ່ງກ່າວ ຢູ່ນະຄອນຫຼວງ, ແຂວງ ແລະ ເມືອງ ທີ່ເຫັນວ່າມີຄວາມຈຳເປັນ. ນອກຈາກນັ້ນ, ກະຊວງຍຸຕິທຳຍັງໄດ້ຄົ້ນຄວ້າປັບປຸງກົດໝາຍ ແລະ ການສ້າງນິຕິກຳໃຕ້ກົດໝາຍ. ໃນນັ້ນ, ໄດ້ສຳເລັດການສ້າງນິຕິກຳໃຕ້ກົດໝາຍກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສີນຂອງສານ 3 ສະບັບ ຄື: 1. ຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳວ່າດ້ວຍ ການເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຄຳຕັດສີນຂອງສານ; 2. ຄຳແນະນຳກ່ຽວກັບວຽກງານການເງິນ, ການມອບຊັບທີ່ສານຕັດສີນຮິບເປັນຂອງລັດ; 3. ຄຳແນະນຳວ່າດ້ວຍ ການຕີລາຄາ, ການຂາຍ, ການມອບຊັບໃນການຈັດຕັ້ງປະຕິບັດຄຳຕັດສີນຂອງສານ. ນອກຈາກນັ້ນ, ທ່ານລັດຖະມົນຕີກະຊວງຍຸຕິທຳ ຍັງໄດ້ລາຍງານທິດທາງ, ວຽກງານຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດ ປີ 2019-2020 ເພີ່ມຕື່ມອີກ.

ພາຍຫຼັງ ທ່ານລັດຖະມົນຕີກະຊວງຍຸຕິທຳລາຍງານສະພາບລວມ ແລະ ທິດທາງ, ວຽກງານຈຸດສຸມ ແລະ ມາດຕາການຈັດຕັ້ງປະຕິບັດແລ້ວ. ຄະນະປະຈຳສະພາແຫ່ງຊາດກໍໄດ້ມີຄຳເຫັນຕໍ່ບົດລາຍງານ ດັ່ງນີ້: 
1. ເອົາໃຈໃສ່ສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການສຶກສາອົບຮົມການເມືອງ-ແນວຄິດ, ທັດສະນະຫຼັກໝັ້ນ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ ໃນການປະຕິບັດໜ້າທີ່ ຂອງພະນັກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໃຫ້ມີຄວາມຮູ້, ຄວາມສາມາດ, ກຳແໜ້ນແນວທາງຂອງພັກ ແລະ ກົດໝາຍຂອງລັດ ຢ່າງເລິກເຊິ່ງ;
2. ຮີບຮ້ອນຄົ້ນຄວ້າ, ວິເຄາະ ວິໄຈ ຄຳຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ຊຶ່ງມີໃນປັດຈຸບັນ ພ້ອມທັງຊອກຫາສາເຫດ ແລະ ວິທີແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ;
3. ກຳນົດແຜນການ, ຂັ້ນຕອນ ໃນການຈັດຕັ້ງປະຕິບັດ ແລະ ແບ່ງງານ, ແບ່ງຄວາມຮັບຜິດຊອບ ໃຫ້ລະອຽດ ເພື່ອສູ່ຊົນຈັດຕັ້ງປະຕິບັດ ບັນດາຄຳຕັດສີນຂອງສານ ທີ່ຄ້າງປະຕິບັດ ແລະ ເຂົ້າມາໃໝ່ ໃຫ້ບັນລຸຕາມແຜນການທີ່ກຳນົດໄວ້;
4. ຕິດຕາມ ກວດກາ ການປະຕິບັດໜ້າທີ່ຂອງພະນັກງານ ໃຫ້ເຂັ້ມງວດ ຕາມມາດຕາ 50 ຂໍ້ຫ້າມສຳລັບພະນັກງານປະຕິບັດຄຳຕັດສີນຂອງສານ ຢ່າງເດັດຂາດ;
5. ເອົາໃຈໃສ່ຄົ້ນຄວ້າ ສ້າງ, ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ເປັນຕົ້ນ: ກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດຄຳຕັດສີນຂອງສານ. 
ຈາກນັ້ນ, ຜູ້ແທນສະພາກໍໄດ້ມີຄຳເຫັນຕໍ່ບົດລາຍງານຂອງກະຊວງຍຸຕິທຳ ຢ່າງກົງໄປກົງມາ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ