ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຍຸຕິທຳ ກະຊວງຍຸຕິທຳ ຍີ່ປຸ່ນ

ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລຽວທາໂລ ໂອບະ (Mr. Ryotaro Ohba), ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຍຸຕິທຳ, ກະຊວງຍຸຕິທຳຍີ່ປຸ່ນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 20 ປີ ແຫ່ງການຮ່ວມມືມິດຕະພາບ ລາວ-ຍີປຸ່ນ ໃນຂະແໜງຍຸຕິທຳ ແລະ ການຮັບຮອງປະມວນກົດໝາຍແພ່ງ ໃນລະຫວ່າງວັນທີ 19-21 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ ຢ່າງເປັນທາງການ. ໃນການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ທ່ານຍັງໄດ້ແລກປ່ຽນບົດຮຽນກ່ຽວກັບ ການພັດທະນາລັດແຫ່ງກົດໝາຍ, ກ່ຽວກັບຜົນໄດ້ຮັບຂອງໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ ຢູ່ ສປປ ລາວ ທີ່ສະໜັບສະໜູນໂດຍ ອົງການຮ່ວມມືສາກົນຍີ່ປຸ່ນ (JICA).

ທ່ານລັດຖະມົນຕີກະຊວງຍຸຕິທຳ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງທ່ານ ລຽວທາໂລະ ໂອບະ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຍຸຕິທຳ, ກະຊວງຍຸຕິທຳຍີ່ປຸ່ນ ພ້ອມດ້ວຍຄະນະ, ພ້ອມກັນນີ້ຍັງໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການຮ່ວມມືອັນມີໝາກຜົນ ໃນຂົງເຂດກົດໝາຍ ແລະ ຍຸຕິທຳ ຂອງ ສປປ ລາວ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ເທື່ອລະກ້າວ. ທ່ານ ລຽວທາໂລະ ໂອບະ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຄັ້ງນີ້ ແລະ ຊົມເຊີຍຕໍ່ການພົວພັນອັນດີງາມ ລະຫວ່າງ ລາວ-ຍີ່ປຸ່ນ ໃນຂົງເຂດກົດໝາຍ ແລະ ຍຸຕິທຳ ຂອງແຕ່ລະປະເທດ ໂດຍສະເພາະ ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ ຢູ່ ສປປ ລາວ ແລະ ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບທິດທາງການສືບຕໍ່ໂຄງການແຜນການຮ່ວມມືໃນຕໍ່ໜ້າ.

ໃນຕອນທ້າຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ກໍຄືປະຊາຊົນຍີ່ປຸ່ນ ທີ່ເປັນປະເທດເພື່ອນມິດທີ່ດີ ແລະ ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຢ່າງມີໝາກຜົນຕະຫຼອດມາ, ພ້ອມກັນນີ້, ກໍໄດ້ອວຍພອນໃຫ້ ທ່ານ ລຽວທາໂລະ ໂອບະ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຍຸຕິທຳ, ກະຊວງຍຸຕິທຳຍີ່ປຸ່ນ ພ້ອມດ້ວຍຄະນະ ໃຫ້ປະສົມຜົນສຳເລັດ ໃນການເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ກະຊວງຍຸຕິທຳ ສອງຊາດ ລາວ-ຍີປຸ່ນ ຈະໄດ້ຮັບການເສີມຂະຫຍາຍ ຂຶ້ນໄປເລື້ອຍໆ.

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ